ນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບນາຍົກລັດຖະມົນຕີນອກແວ

09:15 | 26/05/2019

ຍສໝ - ໃນຂອບເຂດການຢ້ຽມຢາມນອກແວຢ່າງເປັນທາງການ, ວັນທີ 24 ພຶດສະພາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ມີການພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີແຫ່ງລາຊະອານາຈັກນອກແວ Erna Solberg.

ນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບນາຍົກລັດຖະມົນຕີນອກແວ

ບັນຍາກາດທີ່ການພົບປະເຈລະຈາ.(ພາບ: TTXVN)

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ຕີລາຄາການພົວພັນລະຫວ່າງຫວຽດນາມ - ນອກແວ ໃນໄລຍະຜ່ານມາ; ສອງຝ່າຍໄດ້ເຫັນດີຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ກຸ່ມການຄ້າເສລີເອີລົບ (EFTA), ໃນນັ້ນນອກແວແມ່ນປະເທດສະມາຊິກ ແລະ ເປັນປະເທດປະສານງານການເຈລະຈາ; ສົ່ງເສີມປະຊາຄົມວິສາຫະກິດສອງປະເທດສືບຕໍ່ຊຸກຍູ້ ແລະ ເປີດກວ້າງການຮ່ວມມືດຳເນີນທຸລະກິດ ແລະ ອື່ນໆ; ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ຈັດການຖະແຫຼງຂ່າວຮ່ວມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.