ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມນະຄອນ Saint Petersburg

10:34 | 23/05/2019

ຍສໝ - ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ, ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Beglov ຮັກສາການຜູ້ວ່າການນະຄອນ Saint Petersburg.

ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມນະຄອນ Saint Petersburg

ທ່ານ ຫງວຽນ ຊວນ ຟຸກ ແລະ ທ່ານ Beglov.(ພາບ: dangcongsan.vn)

ທີ່ການຕ້ອນຮັບ, ທ່ານ Beglov ຮັກສາການຜູ້ວ່າການນະຄອນ Saint Petersburg ໄດ້ຢັ້ງຢືນວ່າ: ນະຄອນ Saint Petersburg ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ລັດເຊຍ - ຫວຽດນາມ, ໄດ້ ແລະ ຈະມີຫຼາຍກິດຈະກໍາເຊີດຊູ ປະທານ ໂຮ່ ຈີ໋ ມິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນ ປະທານ ໂຮ່ ຈີ໋ ມິງ ມາລັດເຊຍ ເທື່ອທຳອິດ (1923-2018) ແລະ 50 ປີ ແຫ່ງວັນເຖິງແກ່ມໍລະນະກຳຂອງ ປະທານ ໂຮ່ ຈີ໋ ມິງ (1969-2019) ແລະ ອື່ນໆ.

ທີ່ການຕ້ອນຮັບ, ທ່ານ ຫງວຽນ ຊວນ ຟຸກ ໄດ້ຕີລາຄາສູງການພົວພັນລະຫວ່າງນະຄອນ Saint Petersburg ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ນັບມື້ນັບໄດ້ຮັບການເປີດກວ້າງ, ການແລກປ່ຽນຄະນະທຸກຂັ້ນໄດ້ຮັບການຮັກສາເປັນປະຈໍາ, ມີຫຼາຍໂຄງການຮ່ວມມືໃນບັນດາຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການຂອງສອງຝ່າຍ. ນອກຈາກນັ້ນ, ທ່ານ ຫງວຽນ ຊວນ ຟຸກ ກໍ່ໄດ້ຢັ້ງຢືນວ່າລັດຖະບານຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາທ້ອງຖິ່ນສອງປະເທດຍູ້ແຮງການຮ່ວມມືນຳກັນໃນທຸກໆຂົງເຂດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.