ນາຍົກລັດຖະມົນຕີ ລາວ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ

13:14 | 16/05/2019

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ລີ ມີ ຢຸງ ປະທານອົງການຮ່ວມມືສາກົນ ສ.ເກົາຫຼີ (ອົງການກອຍກາ KOICA) ໃນວັນທີ 15 ພຶດສະພານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ.

ນາຍົກລັດຖະມົນຕີ ລາວ ຕ້ອນຮັບປະທານອົງການຮ່ວມມືສາກົນ ສ.ເກົາຫຼີ

ທ່ານ ທອງລຸນ ສີສຸລິດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານນາງ ລີ ມິ ຢຸງ .(ພາບ: pasaxon.org.la)

ໃນໂອກາດພົບປະໂອ້ລົມ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ລີ ມິ ຢຸງ ທີ່ໄດ້ເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວຢ່າງເປັນທາງການ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາລະນະລັດເກົາຫຼີ ທີ່ມີມາແຕ່ດົນນານແລ້ວໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ເວົ້າລວມເວົ້າສະເພາະເຖິງລັດຖະບານ ແລະ ປະຊາຊົນເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໂດຍຜ່ານໂຄງການແກ້ໄຂໄພພິບັດນ້ຳຖ້ວມເພື່ອຟື້ນຟູຊີວິດການເປັນຢູ່ຂອງຊາວເມືອງສະໜາມໄຊແຂວງອັດຕະປື.

ການຢ້ຽມຢາມ ແລະ ເຮັກວຽກຂອງ ທ່ານນາງ ລີ ມິ ຢຸງ ໃນຄັ້ງນີ້ແມ່ນເພື່ອຕິດຕາມ ແລະ ຊຸກຍູ້ການປະຕິບັດແຜນງານ ແລະ ໂຄງການຊ່ວຍເຫຼືອໃນປີ 2018-2019 ທັງໂຄງການແບບປົກກະຕິ ກໍຄີໂຄງການແກ້ໄຂໄພພິບັດ ທີ່ລັດຖະບານສາທາລະນະລັດເກົາຫຼີ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລັດຖະບານລາວ. ພ້ອມທັງອວຍພອນໃຫ້ປະທານອົງການກອຍກາປະສົບຜົນສຳເລັດໃນການຢ້ຽມຢາມລາວ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.