ທ່ານນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມ ລັດເຊຍ, ນອກແວ ແລະ ສະວິດເດັນ ຢ່າງຈົບງາມ

09:54 | 30/05/2019

ຍສໝ - ໃນຕອນເຊົ້າວັນທີ 29 ພຶດສະພາ 2019, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກ ສະວິດເດັນ ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີສິ້ນສຸດການຢ້ຽມຢາມ ລັດເຊຍ, ນອກແວ ແລະ ສະວິດເດັນ ຢ່າງຈົບງາມ

ໃນຕອນເຊົ້າວັນທີ 29 ພຶດສະພາ 2019, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ.(ພາບ:TTXVN)

ບັນດາການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitri Medvedev, ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg, ທ່ານນາຍົກລັດຖະມົນຕີ ສະວິດເດັນ Stegan Lofven.

ການຢ້ຽມຢາມບັນດາປະເທດດັ່ງກ່າວໄດ້ດຳເນີນຢ່າງປະສົບຜົນສຳເລັດອັນຈົບງາມ, ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນທາງການເມືອງ, ປຶກສາຫາລືບັນດາມາດຕະການຮ່ວມມືທາງການຄ້າ, ການລົງທຶນ, ການສຶກສາ ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ພັດທະນາເສດຖະກິດທະເລ, ຮ່ວມມືຂຸດຄົ້ນນ້ຳມັນອາຍແກັດ ແລະ ພັດທະນາພະລັງງານສະອາດ, ຮ່ວມມືໃນການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຄົ້ນຄ້ວາພັດທະນາ… ພ້ອມກັນນັ້ນແມ່ນຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ ແລະ ອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.