ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ເຈລະຈາກັບ ນາຍົກລັດຖະມົນຕີສະວິດເດັນ

08:30 | 29/05/2019

ຍສໝ - ມື້ວານນີ້, ຢູ່ນະຄອນຫຼວງ Stockholm, ປະເທດສະວິດເດັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນ ຟຸກ ໄດ້ພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີສະວິດເດັນ Stefan Lofven.

ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ເຈລະຈາກັບ ນາຍົກລັດຖະມົນຕີສະວິດເດັນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ທ່ານນາຍົກລັດຖະມົນຕີສະວິດເດັນ Stefan Lofven. (ພາບ:baochinhphu.vn)

ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງປະເທດໄດ້ເປັນເອກະພາບວ່າຄວນຊຸກຍູ້ບັນດາກະຊວງ, ຂະແໜງການ, ຄູ່ຮ່ວມມືຂອງສອງປະເທດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດປ່ຽນແປງໃໝ່ປະດິດຄິດສ້າງເປັນຕົ້ນຄື: ເຂດຕົວເມືອງອັດສະລິຍະ, ສິ່ງແວດລ້ອມ, ປັນຍາທຽມ, ສາທາລະນະສຸກ ແລະ ອື່ນໆ; ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ; ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ໄດ້ຮັບການສ້າງຕັ້ງຢ່າງມີປະສິດທິຜົນ; ເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ - ອີຢູ (EVIPA) ໃນຊຸມອາທິດຈະມາເຖິງ ແລະ ໃຫ້ສັດຕະຍາບັນໂດຍໄວ, ຫຼັງຈາກນັ້ນຜັນຂະຫຍາຍເພື່ອນຳມາເຊິ່ງຜົນປະໂຫຍດຂອງທຸກຝ່າຍ;

ສອງຝ່າຍກໍ່ໄດ້ເຫັນດີຈະຍູ້ແຮງການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ເປັນຕົ້ນຄື: ສະຫະປະຊາຊາດ, ເວທີປາໄສອາຊີ - ເອີລົບ (ASEM), ການຮ່ວມມືລະຫວ່າງອາຊຽນ - ອີຢູ, ການຮ່ວມມືລວມເພື່ອຮັບມືກັບບັນດາບັນຫາທົ່ວໂລກ ແລະ ອື່ນໆ; ເຫັນດີກ່ຽວກັບຄວາມສຳຄັນໃນການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ຮັບປະກັບຄວາມເສລີໃນການເດີນທະເລ, ການບິນ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ກໍ່ໄດ້ສະເໜີໃຫ້ສະວິດເດັນ ສະໜັບສະໜູນການພັດທະນາການພົວພັນຮອບດ້ານລະຫວ່າງຫວຽດນາມ - ສະຫະພາບເອີລົບ (ອີຢູ) ອີກດ້ວຍ.

(ໄຊພອນ)

ເຫດການ