ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ, ນອກແວ ແລະ ສະວີເດັນ ຢ່າງເປັນທາງການ

08:54 | 21/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019, ທ່ານ ຫງວຽນ ຊົນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສະຫະພັນລັດເຊຍ; ລາຊະອານາຈັກ ນອກແວ ແລະ ລາຊະອານາຈັກສະວີເດັນ ຢ່າງເປັນທາງການ.

ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ, ນອກແວ ແລະ ສະວີເດັນ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ເດີນທາງໄປຢ້ຽມຢາມລັດເຊຍ, ນອກແວ ແລະ ສະວີເດັນ.

ການຢ້ຽມຢາມບັນດາປະເທດ ລັດເຊຍ, ນອກແວ ແລະ ສະວີເດັນ ໃນລະຫວ່າງວັນທີ 20 - 28 ພຶດສະພາ 2019 ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງ໋ວຽນ ຊົນ ຟຸກ ແມ່ນເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ກັບບັນດາປະເທດດັ່ງກ່າວເລິກເຊິ່ງຂຶ້ນຕື່ມ ແລະ ເພີ່ມທະວີການຮ່ວມມືກັບປະເທດເຫຼົ່ານັ້ນ ໃຫ້ມີປະສິດທິຜົນກວ່າເກົ່າ.

ການຢ້ຽມຢາມດັ່ງກ່າວແມ່ນປະຕິບັດຕາມຄໍາເຊີນຂອງທ່ານ Dmitri Medvedev ນາຍົກລັດຖະມົນຕີ ລັດເຊຍ, ທ່ານນາງ Erna Solberg ນາຍົກລັດຖະມົນຕີ ນອກແວ ແລະ ທ່ານ Stefan Löfven ນາຍົກລັດຖະມົນຕີ ສະວີເດັນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.