ແຂວງສະຫວັນນະເຂດ ປະສົບກັບຄວາມຫຍຸ້ງຍາກຫລາຍ ດ້ານເປັນຕົ້ນແມ່ນສະພາບຝືດເຄືອງທາງດ້ານງົບປະມານ, ບັນຫາໜີ້ສິນຄຸມເຄືອ ແລະ ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ແມ່ນຍັງບໍ່ທັນໄດ້ຮັບການແກ້ໄຂໝົດສິ້ນໄປຈາກນີ້ກໍ່ມີຜົນກະທົບຈາກໄພພິບັດທາງທໍາມະຊາດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ ຂອງແຂວງສະຫວັນນະເຂດແຕ່ ພາຍໃຕ້ການຊີ້ນໍາຯພາຂອງຄະນະພັກ, ການຈັດຕັ້ງທຸກຂັ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນກໍ່ສາມາດຜ່ານຜ່າອຸປະສັກ ແລະ ກໍ່ມີຜົນສໍາເລັດນີ້ແມ່ນບົດລາຍງານ ຂອງ ທ່ານ ປອ.ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ເປີດກວ້າງ ຄັ້ງທີ 7 ສະໄໝທີ VIII ຕົ້ນເດືອນ ກໍລະກົດ 2019 .
ຍສໝ - ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ຄັ້ງທີ 3 (SEOM 3/50) ຈະໄດ້ຈັດຕັ້ງຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 14-18 ກໍລະກົດ 2019 ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ.
ຍສໝ - ຕາມບົດລາຍງານຂອງສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ ແລ້ວ, ຂົງເຂດບໍລິການບັນລຸການເຕີບໂຕຢູ່ໃນລະດັບ 6,69 %, ການຂາຍຍົກ, ຂາຍຍ່ອຍ ບັນລຸ 8,09%, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕລວມຂອງຂະແຫນງເສດຖະກິດ ຫວຽດນາມ.
ທະນາຄານໂລກ (WB) ແຈ້ງໃຫ້ຮູ້ເມື່ອວັນທີ 7 ກໍລະກົດນີ້ວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນນາມ ຂອງ ສ ເກົາຫຼີ ໃນປີ 2018 ບັນລຸ 1.619,4 ຕື້ໂດລາສະຫະລັດ ສືບຕໍ່ຖືກຈັດຢູ່ໃນອັນດັບທີ 12 ຈາກຈຳນວນ 205 ປະເທດໃນໂລກ ຊຶ່ງກ່ອນໜ້ານັ້ນ ສ ເກົາຫຼີຖືກຈັດຢູ່ໃນອັນດັບທີ 14 ແຕ່ປີ 2009-2013 ຫຼັງຈາກນັ້ນກໍຂຶ້ນໄປຢູ່ອັນດັບທີ 13 ໃນປີ 2014 ແລະ ຢູ່ໃນອັນດັບທີ 11 ໃນປີ 2015 ແລະ 2016 ກ່ອນທີ່ຈະຕົກລົງໄປຢູ່ອັນດັບທີ 12 ໃນປີ 2017.
ຍສໝ - ຕົ້ນເດືອນ ກໍລະກົດ, ທະນາຄານໂລກ ຈັດຕັ້ງການປະຊຸມຂ່າວປະກາດບົດລາຍງານປະຈໍາປີ “ກວດຄືນ”, ໃນນັ້ນ ໄດ້ອັບເດັດສະພາບການເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີ 2019.
ຍສໝ - ໃນລະຫວ່າງວັນທີ 8 – 11 ກໍລະກົດ 2019, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງ ທິ້ ງອກ ທິ້ງ ແລະ ຄະນະຜູ້ແທນຂອງລັດ ຫວຽດນາມ ໄດ້ໄປຢ້ຽມຢາມສາທາລະນະລັດ ກູບາ ຢ່າງເປັນທາງການ.
ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ ບັນດາຂະແໜງການ ແລະ ທ້ອງ ຖິ່ນ ຈະໄດ້ສືບຕໍ່ສູ້ຊົນ ຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນທ້າຍປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ ໂດຍຈະສຸມໃສ່ 7 ວຽກງານທີ່ສຳຄັນ.
ຍສໝ - ໃນຕອນບ່າຍວັນທີ 27 ມິຖຸນາ, ງານຕະຫຼາດນັດການຄ້າລາວ-ຫວຽດນາມ ປີ 2019 (VIETLAO EXPO 2019) ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ, ລາວ. ງານຕະຫຼາດນັດໂດຍກະຊວງອຸດສາຫະກໍາ-ການຄ້າຫວຽດນາມ ແລະກະຊວງອຸດສາຫະກໍາ-ການຄ້າລາວ ສົມທົບກັນຈັດຕັ້ງ.
ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.
ໃນວັນທີ 23 ມິຖຸນາ, ທ່ານ ຟູ່ງແຄງຕ່າຍ ຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມກັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ແລະຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໄປຢ້ຽມຊົມຮູບແບບເສດຖະກິດກະສິກໍາຈໍານວນໜຶ່ງຢູ່ນະຄອນເກິ່ນເທີ.
ກອງປະຊຸມຊີ້ນຳລະດັບຊາດຮ່ວມກັບຄະນະຊີ້ນຳຂັ້ນແຂວງ ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2019 (ນະຄອນຫຼວງວຽງຈັນ ແຂວງບໍລິຄຳໄຊ ແຂວງວຽງຈັນ ແລະ ແຂວງໄຊສົມບູນ) ຈັດຂຶ້ນວັນທີ 24 ມິຖຸນາ 2019 ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ແລະ ການສຳຫຼວດເສດຖະກິດທົ່ວປະເທດ ມີບັນດາຄະນະຊີ້ນຳຂັ້ນ ນວ ແລະ ແຂວງກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມ ພັນລະຍາ ໄດ້ໄປຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳປະເທດ ໄທ ແລະ ໂອ້ລົມກັບຊຸມຊົນຊາວຫວຽດນາມ ທີ່ອາໄສຢຸ່ໃນປະເທດໄທ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ໄດ້ມີການພົບປະນອກຮອບ ແລະ ເຮັດວຽກ ກັບ ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ທ່ານ Samdech Techo Hun Sen - ນາຍົກລັດຖະມົນຕີ ລາຊະອານາຈັກກໍາປູເຈຍ ຢູ່ ນະຄອນຫຼວງ ບາງກອກ ປະເທດໄທ ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.
ຍສໝ - ໃນວັນທີ 17 ເດືອນມິຖຸນາ, ຢູ່ສໍານັກງານນາຍົກ, ນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ຕ້ອນຮັບ ທ່ານ Lance Y. Gokongwei ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ JG Summit Holdings, ຫນຶ່ງໃນວິສາຫະກິດຈາກປະເທດ ຟິລິປິນ ທີ່ມີການລົງທືນໃຫຍ່ທີ່ສຸດ ຢູ່ ຫວຽດນາມ.
ທ່ານ Jerry Cook, ຮອງປະທານບໍລິສັດ Hanesbrands Group (ສະຫະລັດ ອາເມລິກາ) ໄດ້ຢັ້ງຢືນຄືແນວນັ້ນທີ່ການພົບປະກັບ ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ໃນຕອນເຊົ້າວັນທີ 12 ມິຖຸນາ, ຢູ່ສໍານັກງານລັດຖະບານ.
ກອງປະຊຸມຫົວໜ້າກົມພາສີອາຊຽນ ຄັ້ງທີ 28 ຈັດຂຶ້ນວັນທີ 11-13 ມິຖຸນາ 2019 ຢູ່ນະຄອນຫຼວງວຽງຈັນ ຕາມຮອບວຽນຂອງອາຊຽນ ໂດຍເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຫົວໜ້າກົມພາສີປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ອົງການພາສີໂລກ ແລະ ປະເທດຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ລັດຖະບານ ຫວຽດນາມ ຢຶດໝັ້ນໃນເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ເດັດຂາດບໍ່ ທໍ້ຖອຍໃຈຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈສູ້ຊົນປະຕິບັດທຸກເປົ້າໝາຍຕາມແຜນການປີ 2019 ໄດ້ຢ່າງມີໄຊ.
ຍສໝ - ໃນວັນທີ 8 ມິຖຸນາ 2019, ເວທີປາໄສເສດຖະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 1 ປີ 2019 (OVECOF 2019) ທີ່ດໍາເນີນຢູ່ Incheon ສ. ເກົາຫຼີ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ຍສໝ - ໃນວັນທີ 7 ມິຖຸນາ 2019, ເວທີປາໄສເສດຖະກິດພີ່ນ້ອງຮ່ວມຊາດຫວຽດນາມຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 1 (OVECOF 2019) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຫໍປະຊຸມ ແລະ ງານວາງສະແດງສາກົນ Songdo Convensia, ນະຄອນ Incheon, ປະເທດ ສ.ເກົາຫຼີ.
ຍສໝ - ອີງຕາມບົດລາຍງານຂອງລັດຖະບານ ຫວຽດນາມ ຢູ່ກອງປະຊຸມສະໄໝສາມັນ ຄັ້ງທີ 7, ສະພາແຫ່ງຊາດຊຸດທີ 14 ໃຫ້ຮູ້ວ່າ ລະດັບການເຕີບໂຕ GDP ຂອງພື້ນຖານເສດຖະກິດຫວຽດນາມ ໃນປີ 2018 ແມ່ນ 7,08%, ໄຕມາດ ທີ 1 ປີ 2019 ບັນລຸ 6,79% ແລະ ຄາດໝາຍຂອງ ປີ 2019 ແມ່ນເຕີບໂຕໃຫ້ໄດ້ 6,8%.