ເສດຖະກິດ ຫວຽດນາມ ເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ປີ 2019

23:20 | 18/07/2019

ຍສໝ - ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ໃນໂລກ ແລະ ໄລ່ມາຮອດປັດຈຸບັນ, ຫວຽດນາມ ຍັງສ້າງຄວາມປະທັບໃຈ ດ້ວຍໝາກຜົນການເຕີບໂຕເສດຖະກິດ.

ເສດຖະກິດ ຫວຽດນາມ ເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ປີ 2019

ພາບປະກອບ

ທະນາຄານພັດທະນາອາຊີ ຄາດຄະເນວ່າ ສສ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປີນີ້. ຕາມນັ້ນແລ້ວ, ການເຕີບໂຕຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2019 ແມ່ນປະມານ 6,8% ເຖິງວ່າພື້ນຖານກະສິກຳພາຍໃນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນໄພແຫ້ງແລ້ງ ແລະ ພະຍາດອະຫິວາໝູ ອາຟຣິກາ.

ໄລ່ຮອດທ້າຍເດືອນມີຖຸນາ ມີກວ່າ 1.700 ໂຄງການໄດ້ຮັບຫນັງສືອະນຸຍາດລົງທຶນໃຫມ່, ດ້ວຍຈຳນວນທຶນຈົດທະບຽນບັນລຸກວ່າ 7,4 ຕຶ້ USD. ຕາມບົດລາຍງານຂອງ VEPR ແລ້ວ, ຂົງເຂດບໍລິການບັນລຸການເຕີບໂຕຢູ່ໃນລະດັບ 6,69 %, ການຂາຍຍົກ, ຂາຍຍ່ອຍບັນລຸ 8,09%, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕລວມຂອງຂະແຫນງເສດຖະກິດຫວຽດນາມ.

ຂະແຫນງອຸດສາຫະກຳ ແລະ ປຸງແຕ່ງ, ປະດິດສ້າງຍັງຄົງແມ່ນຂົງເຂດດຶງດູດ FDI ຫລາຍສຸດດ້ວຍທຶນກວມເອົາກວ່າ 73% ຍອດທຶນຈົດທະບຽນໃຫມ່, ແມ່ນກຳລັງຫນູນຂອງການເຕີບໂຕເສດຖະກິດຫວຽດນາມ. ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມບັນລຸເກືອບ 8,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 7,5%. ວົງເງິນສົ່ງອອກໃນໄຕມາດ 2 ບັນລຸເກືອບ 123 ຕື້ USD, ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.