ທະນາຄານໂລກ ຕີລາຄາການເຕີບໂຕຂອງເສດຖະກິດຂອງລາວຍັງຄົງດີ

10:33 | 14/08/2019

ຍສໝ - ອີງຕາມທະນາຄານໂລກ, ປັດໄຈທີ່ຊ່ວຍໃຫ້ເສດຖະກິດລາວມີການເຕີບໂຕ ທາງດ້ານເສດຖະກິດຂອງລາວ ແມ່ນແຫ່ຼງເງິນທຶນ, ລົງທຶນເຂົ້າໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະ ໜາດໃຫຍ່, ພ້ອມທັງມີການຂະຫຍາຍຕົວຢ່າງແຂງແຮງໃນຂະແໜງການຂາຍຍົກ ງແລະ ຂາຍຍ່ອຍ.

ທະນາຄານໂລກ ຕີລາຄາການເຕີບໂຕຂອງເສດຖະກິດຂອງລາວຍັງຄົງດີ

ເສດຖະກິດລາວ ຂະຫຍາຍຕົວຢູ່ໃນລະດັບ 6,5% ຮັກສາໄດ້ສະຖຽນລະພາບ.(ພາບ:ທະນາຄານໂລກ)

ອີງຕາມທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ໄດ້​ຈັດ​ເຜີຍ­ແຜ່​ບົດ​ລາຍ​ງານ​ດ້ານ​ເສດ­ຖະ­ກິດ ໃນ ສປປ ລາວ ວັນ​ທີ 12 ສິງ­ຫາ 2019 ທີ່​ໂຮງ­ແຮມ​ຄຣາວ​ພລາ​ຊາ ເປັນ​ກຽດ​ເຜີຍ­ແຜ່​ໂດຍ​ທ່ານ ນິ​ໂຄ​ລາ ພອນ​ທາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ​ປະ­ຈຳ​ລາວ ພ້ອມ​ຄະ­ນະ ໄດ້​ໃຫ້​ຮູ້​ວ່າ: ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ຂອງ ສປປ ລາວ ຄາດ​ວ່າ​ຈະ​ກັບ​ມາ​ຟື້ນ​ຕົວ​ໃນ​ອັດ­ຕາ 6,5% ໃນ​ປີ 2019 ເພີ່ມ​ຈາກ 6,3% ໃນ​ປີ 2018 ການ​ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ​ນີ້ ຄາດ​ວ່າ​ຈະ​ຖືກ​ຂັບ​ເຄື່ອນ​ໂດຍ​ຂະ­ແໜງ­ການ​ກໍ່­ສ້າງ ຈາກ​ການ​ລົງ­ທຶນ​ໃສ່​ໂຄງ­ການ​ກໍ່­ສ້າງ​ໂຄງ​ລ່າງ​ຂະ­ໜາດ​ໃຫຍ່ ແລະ ຂະ­ແໜງ​ບໍ­ລິ­ການ​ທີ່​ຍັງ​ຈະ​ສືບ­ຕໍ່​ຂະ­ຫຍາຍ­ຕົວ ເປັນ­ຕົ້ນ ແມ່ນ​ການ​ຄ້າ­ຂາຍ​ຍົກ ແລະ ຂາຍ­ຍ່ອຍ ຕໍ່​ກັບ​ສະ­ພາບ​ຄວາມ​ຫຍຸ້ງ­ຍາກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ລັດ­ຖະ­ບານ​ແຫ່ງ ສປປ ລາວ ຍັງ​ຄົງ​ສືບຕໍ່​ດຳ­ເນີນ​ນະ­ໂຍ­ບາຍ​ຮັດ­ກຸມ​ທາງ​ດ້ານ​ການ​ເງິນ​ງົບ­ປະ­ມານ ດ້ວຍ​ການ​ຮັດ­ກຸມ​ທາງ​ດ້ານ​ລາຍ​ຈ່າຍ ແລະ ປັບ­ປຸງ​ທາງ​ດ້ານ​ການ​ບໍ­ລິ­ຫານ​ຈັດ​ເກັບ​ລາຍ​ຮັບ.

ນະ­ໂຍ­ບາຍ​ຮັດ­ກຸມ​ທາງ​ດ້ານ​ການ​ເງິນ ຄາດ​ວ່າ​ຈະ​ສົ່ງ​ຜົນ​ໃຫ້­ການ​ຂາດ​ດຸນ​ງົບ­ປະ­ມານ​ຫຼຸດ​ລົງ​ຢູ່​ໃນ​ລະ­ດັບ 4,3% ຂອງ GDP ໃນ​ປີ 2019 ຫຼຸດ​ຈາກ 4,4% ໃນ​ປີ 2018 ເນື່ອງ​ຈາກ​ມີ​ການ​ຄວບ​ຄຸມ​ລາຍ​ຈ່າຍ​ທາງ​ດ້ານ​ເງິນ­ເດືອນ ແລະ ລາຍ​ຈ່າຍ​ດ້ານ​ການ​ລົງ­ທຶນ​ຢ່າງ​ຮັດ­ກຸມ​ຂຶ້ນ​ກວ່າ​ເກົ່າ ສິ່ງ​ດັ່ງ­ກ່າວ​ຄາດ​ວ່າ​ຈະ​ເຮັດ​ໃຫ້​ລາຍ​ຈ່າຍ​ພາກ​ລັດ​ຢູ່​ໃນ​ລະ­ດັບ​ຄົງ​ທີ່ ປະ­ມານ 20% ຂອງ GDP ລາຍ​ຮັບ​ຕໍ່ GDP ຄາດ​ວ່າ​ຈະ​ດີ​ຂຶ້ນ​ເລັກ​ນ້ອຍ​ໃນ​ປີ 2019 ເນື່ອງ​ຈາກ​ຜົນ​ຂອງ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ຍົກ​ລະ­ດັບ ການ​ບໍ­ລິ­ຫານ​ດ້ານ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ກອບ​ນິ­ຕິ​ກຳ​ທີ່​ເຂັ້ມ­ແຂງ​ກວ່າ​ເກົ່າ ແລະ ໃນ­ຕໍ່­ໜ້າ​ໜີ້​ສິນ​ສາ­ທາ­ລະ­ນະ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ຈາກ 57,2% ຂອງ GDP ໃນ​ປີ 2018 ມາ​ເປັນ 55,5% ຂອງ GDP ໃນ​ປີ 2021 ແຕ່​ການ​ຄາດ​ຄະ­ເນ​ຮອດ​ປີ 2021 ນີ້ ອາດ​ຕ້ອງ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ຄວາມ​ສ່ຽງ​ທີ່​ເພີ່ມ​ຂຶ້ນ​ໃນ​ອະ­ນາ­ຄົດ.

ທ່ານ ນິ​ໂຄ​ລາ ພອນ​ທາ​ຣາ ໄດ້​ກ່າວ​ຕື່ມ​ອີ​ກວ່າ: ການ​ເພີ່ມ​ຄວາມ​ເຂັ້ມ­ແຂງ​ໃນ​ວຽກ​ງານ​ຈັດ​ເກັບ​ລາຍ​ຮັບ​ເປັນ​ສິ່ງ​ຈຳ­ເປັນ ເພື່ອ​ສ້າງ​ຄວາມ​ຄ່ອງ​ຕົວ​ດ້ານ​ນະ­ໂຍ­ບາຍ​ການ​ເງິນ​ງົບ­ປະ­ມານ ແລະ ຫຼຸດ­ຜ່ອນ​ບັນ­ຫາ​ທາງ​ດ້ານ​ໜີ້​ສິນ​ສາ­ທາ­ລະ­ນະ​ໃນ­ຕໍ່­ໜ້າ ສິ່ງ​ສຳ­ຄັນ​ແມ່ນ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ການ​ດຳເນີນ​ທຸ­ລະ​ກິດ​ເພື່ອ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ພາກ​ເອ­ກະ​ຊົນ ລວມ​ທັງ​ການ​ຂະ­ຫຍາຍ­ຕົວ​ຂອງ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ມາດ​ຕະ­ການ​ເຫຼົ່າ​ນີ້ ສາມາດ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮັກ­ສາ​ສະ­ພາບ​ເສດ­ຖະ­ກິດ​ມະ­ຫາ​ພາກ ໃຫ້​ມີ​ສະ­ຖຽນ​ລະ​ພາບ ສົ່ງ­ເສີມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ຫຼຸດ­ຜ່ອນ​ຄວາມທຸກ​ຍາກ ແລະ ຄວາມ​ບໍ່​ສະ­ເໝີ­ພາບ​ລົງ​ໄດ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.