45 ພື້ນຖານ​ເສດຖະກິດ​ຢູ່​ໃນ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ​ໄດ້​ຮັບ​ການ​ຄາດ​ຄະເນ​ຄວາມ​ເຕີບ​ໂຕ​ທີ່ 5,7% ໃນ​ປີ 2019 ແລະ 5,6% ໃນ​ປີ 2020

11:54 | 23/07/2019

ທະນາຄານ​ພັດທະນາ​ອາຊີ (ADB) ໃຫ້​ຮູ້​ວ່າ ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ໃນ​ອາຊີ ທີ່​ປະກອບ​ມີ 45 ພື້ນຖານ​ເສດຖະກິດ​ຢູ່​ໃນ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ນັ້ນ​ໄດ້​ຮັບ​ການ​ຄາດ​ຄະເນ​ຄວາມ​ເຕີບ​ໂຕ​ທີ່ 5,7% ໃນ​ປີ 2019 ແລະ 5,6% ໃນ​ປີ 2020.

ADB ກໍ​ຍັງ​ຮັກສາ​ການ​ຄາດ​ຄະເນ​ຄວາມ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ ໄວ້​ຄືເກົ່າ​ທີ່​ລະດັບ 6,3% ໃນ​ປີ 2019 ແລະ 6,1% ໃນ​ປີ 2020 ຫຼັງ​ຈາກ​ທີ່​ພື້ນຖານ​ເສດຖະກິດ​ຈີນ ທີ່​ມີ​ຂະໜາດ​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ​ນັ້ນ ເຕີບ​ໂຕກ​ຊັກ​ຊ້າ​ລົງ ໂດຍ​ຍັງ​ເຫຼືອ​ທີ່ 6,2% ໃນ​ໄຕ​ມາດ 2 ປີ​ນີ້ ພ້ອມ​ທັງ​ເຫັນ​ວ່າ ການ​ໜູນ​ຊ່ວຍ​ທາງ​ດ້ານ​ນະໂຍບາຍ ອາດ​ຈະ​ຊ່ວຍ​ໃຫ້​ຈີນ​ທົດ​ແທນ​ຄວາມ​ຕ້ອງການ​ຢູ່​ພາຍ​ໃນ​ປະເທດ ແລະ ນອກ​ປະເທດ ທີ່​ມີ​ຄວາມ​ອ່ອນແອ.

45 ພື້ນຖານ​ເສດຖະກິດ​ຢູ່​ໃນ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ​ໄດ້​ຮັບ​ການ​ຄາດ​ຄະເນ​ຄວາມ​ເຕີບ​ໂຕ​ທີ່ 5,7% ໃນ​ປີ 2019 ແລະ  5,6% ໃນ​ປີ 2020

ພາບປະກອບ

ຄຽງ​ຄູ່​ກັນ​ນັ້ນ ADB ກໍ​ໄດ້​ປັບ​ຫຼຸດ​ການ​ຄາດ​ຄະເນ​ຄວາມ​ເຕີບ​ໂຕ​ຂອງ​ເສດຖະກິດ​ອິນ​ເດຍ ລົງ​ໄປ​ຍັງ​ເຫຼືອ 7% ໃນ​ປີ 2019 ແລະ 7,2% ໃນ​ປີ 2020 ຈາກ​ລະດັບ​ທີ່​ໄດ້​ຄາດ​ຄະເນ​ເຕີບ​ໂຕ​ທີ່ 7,2% ແລະ 7,3% ຕາມ​ລຳດັບ ຊຶ່ງ​ມີ​ອອກ​ມາ​ເມື່ອ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ໃນ​ຂະນະ​ດຽວ​ກັນ ADB ໃຫ້​ຮູ້​ວ່າ ເສດຖະກິດ​ຂອງ​ເຂດ​ອາຊີ​ກາງ ຈະ​ເຕີບ​ໂຕ 4,3% ໃນ​ປີ 2019 ແລະ 4,2% ໃນ​ປີ 2020 ທຽບໃສ່​ລະດັບ 4,2% ແລະ 4,2% ຕາມ​ລຳດັບ ທີ່​ຄາດ​ຄະເນ​ໄວ້​ເມື່ອ​ເດືອນ​ເວລາ​ທີ່​ຜ່ານ​ມາ. ສຳລັບ​ເສດຖະກິດ​ຢູ່​ໃນ​ເຂດ​ອາຊີ​ຕາເວັນ​ອອກ ຄາດ​ວ່າ​ຈະ​ເຕີບ​ໂຕ​ທີ່​ລະດັບ 5,6% ໃນ​ປີ 2019 ແລະ 5,5% ໃນ​ປີ 2020 ເມື່ອ​ທຽບໃສ່​ລະດັບ​ຄາດ​ຄະເນ​ຕາມ​ລຳດັບ​ທີ່ 5,7% ແລະ 5,5% ທີ່​ໄດ້​ນຳ​ອອກ​ມາ​ເມື່ອ​ເດືອນ​ເມສາ​ທີ່​ຜ່ານ​ມາ. ສະເພາະ​ເສດຖະກິດ​ຢູ່​ໃນ​ເຂດ​ອາຊີ​ໃຕ້ ຄາດ​ວ່າ​ຈະ​ມີ​ຄວາມ​ເຕີບ​ໂຕ 6,6% ໃນ​ປີ 2019 ແລະ 6,7% ໃນ​ປີ 2020 ເມື່ອ​ທຽບໃສ່​ລະດັບ​ຄາດ​ຄະເນ​ຕາມ​ລຳດັບ​ທີ່ 6,8% ແລະ 6,9% ທີ່​ໄດ້​ນຳ​ອອກ​ມາ​ເມື່ອ​ເດືອນ​ເມສາ​ທີ່​ຜ່ານ​ມາ.

ກ່ຽວ​ກັບ​ຄວາມ​ຫວັງ​ເຕີບ​ໂຕ ຂອງ​ເສດຖະກິດ​ໃນ​ເຂດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້​ນັ້ນ ADB ໃຫ້ການ​ຄາດ​ຄະເນ​ຄວາມ​ເຕີບ​ໂຕ​ທີ່ 4,8% ໃນ​ປີ 2019 ແລະ 4,9% ໃນ​ປີ 2020 ເມື່ອ​ທຽບໃສ່​ລະດັບ​ທີ່​ໄດ້​ຄາດ​ຄະເນ​ເອົາ​ໄວ້​ຕາມ​ລຳດັບ​ທີ່ 4,9% ແລະ 5% ຊຶ່ງ​ນຳ​ອອກ​ມາ​ເມື່ອ​ເດືອນ​ເມສາ​ທີ່​ຜ່ານ​ມາ. ນອກຈາກ​ນັ້ນແລ້ວ ADB ຍັງ​ໄດ້​ຍົກ​ການ​ຄາດ​ຄະເນ​ກ່ຽວ​ກັບ​ເງິນ​ເຟີ້​ຂອງ​ອາຊີ ຂຶ້ນ​ເປັນ 2,6% ຕະຫຼອດ​ທັງ​ປີ 2019 ແລະ 2020 ຈາກ​ລະດັບ​ທີ່​ໄດ້​ຄາດ​ເອົາ​ໄວ້​ກ່ອນ​ໜ້າ​ນັ້ນ ທີ່ 2,5%.

ຕາມບົດລາຍງານຂອງ ADB ແລ້ວ, ກຳລັງແຮງງານຢູ່ພາກພື້ນ ອາຊີ - ປາຊີຟິກ ພວມຄ່ອຍໆຫັນປ່ຽນທິດຈາກກະສິກຳໄປສູ່ບັນດາຂະແໜງອຸດສາຫະກຳ ແລະ ການບໍລິການ, ໃນຂະນະທີ່ບັນດາພື້ນຖານເສດຖະກິດໃນພາກພື້ນ ສືບຕໍ່ເຂົ້າໃນລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກ້ວາງຂວາງ. ໃນໄລຍະແຕ່ປີ 2002 – 2013, ປະມານ 780 ລ້ານຄົນຢູ່ພາກພື້ນໄດ້ຫລູດພົ້ນອອກຈາກສະພາບຄວາມທຸກຍາກ. ນອກນັ້ນ, ບົດລາຍງານກໍ່ຊີ້ແຈ້ງວ່າ ພາກພື້ນ ອາຊີ - ປາຊີຟິກ ໄດ້ມີບັນດາການກະທຳມຸ່ງໄປເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນບາງຂົງເຂດສຳຄັນ, ເຊິ່ງລວມມີການສຶກສາ ແລະ ວຽກເຮັດງານທຳ, ພ້ອມກັບເລື່ອງເບິ່ງແຍງດູແລສຸຂະພາບຂອງແມ່ຍິງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.