ສິ່ງທ້າທາຍຂອງ ຫວຽດນາມ ພາຍຫຼັງການເຂົ້າຮ່ວມ EVFTA

09:47 | 22/08/2019

ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດກອງປະຊຸມສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ບັນດາຄຳໝັ້ນສັນຍາສຳຄັນໃນຂົງເຂດກະສິກຳ ແລະ ບັນດາສິ່ງທີ່ຄວນເອົາໃຈໃສ່.

ຕາມທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ຫວຽດນາມ ພວມຢືນອັນດັບ 27 ປະເທດໃນໂລກກ່ຽວກັບວົງເງິນສົ່ງອອກໃຫຍ່; ຍືນອັນດັບທີ 15 ກ່ຽວກັບຂອບເຂດຜະລິດຕະພັນສົ່ງອອກ. ເລື່ອງລົງນາມໃນສັນຍາ EVTFA ຈະສ້າງທ່າສະດວກຫຼາຍຢ່າງໃນການສົ່ງອອກໃຫ້ແກ່ຫວຽດນາມ.

ສິ່ງທ້າທາຍຂອງ ຫວຽດນາມ ພາຍຫຼັງການເຂົ້າຮ່ວມ EVFTA

ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ. (ພາບ: MOIT)

ສຳລັບວິສາຫະກິດ, ບັນຫາທີ່ເປັນໜ້າວິຕົກກັງວົນທີ່ສຸດເມື່ອເຂົ້າຮ່ວມ EVFTA ນັ້ນແມ່ນບັນດາຮົ້ວກີດຂວາງດ້ານເຕັກນິກ ເມື່ອສົ່ງສິນຄ້າໄປຍັງຕະຫຼາດຂອງບັນດາປະເທດອີຢູ, ໂດຍສະເພາະແມ່ນບັນດາຜະລິດຕະພັນກະສິກຳ. ບັນດາວິສາຫະກິດຢາກໄດ້ຮັບການໜູນຊ່ວຍຈາກບັນດາອົງການສະເພາະກ່ຽວກັບບັນຫາດັ່ງກ່າວ. ທ່ານ ໂດ້ຮ່ານາມ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ INTIMEX, ສະເໜີວ່າ.

“ອົງການກັກກັນພະຍາດພຶກສາຊາດຕ້ອງຍົກອອກບັນຊີລາຍຊື່ບັນດາທາດເຄມີໃດທີ່ອະນຸຍາດໃຫ້ນຳໃຊ້ໃນການຜະລິດກະສິກຳໃນປະຈຸບັນ. ພວກເຮົາຕ້ອງມີມາດຕະການສະກັດກັ້ນການນຳເຂົ້າເຖື່ອນບັນດາທາດເຄມີທີ່ບໍ່ຮັບປະກັນຄາມປອດໄພດ້ານສະບຽງອາຫານ. ໃນໄລຍະຈະມາເຖິງ ເອີລົບ ຈະສືບຕໍ່ຫ້າມທາດເຄມີບາງຊະນິດ ພວກເຮົາຕ້ອງມີມາດຕະການສະກັດກັ້ນ, ຖ້າບໍ່ເຮັດຄືແນວນັ້ນ ບັນດາຜະລິດຕະພັນກະສິກຳຂອງພວກເຮົາທີ່ສົ່ງອອກຈະຖືກສົ່ງກັບຄືນ ແລະ ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ”.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.