ໄຂກອງປະຊຸມ ເຈົ້າຫນ້າທີ່ອາວຸໂສ ໃນການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ ຫວຽດນາມ-ກຳປູເຈຍ

06:59 | 21/08/2019

ຍສໝ - ໃນວັນທີ 20 ສິງຫາ, ຢູ່ ສຳນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ທີ່ນະຄອນຫລວງ ພະນົມເປັນ, ໄດ້ຈັດຕັ້ງພິທີໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສ (SOM) ໃນຂອບເຂດກອງປະຊຸມ ຄະນະກຳມະການປະສົມ ຄັ້ງທີ 17 ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ກຳປູເຈຍ.

ກອງປະຊຸມໄດ້ຈັດຕັ້ງປະຈຳປີ ເພື່ອແນໃສ່ຕີລາຄາການຮ່ວມມື ແລະ ຊອກຫາບັນດາມາດຕະການຊຸກຍູ້ຂອບຂະຫນາດ ແລະ ປະສິດທິຜົນການຮ່ວມມືສອງຝ່າຍຫວຽດນາມ - ກຳປູເຈຍ ໃນບັນດາຂົງເຂດໃຫ້ຫລາຍກວ່າອີກ. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດແລກປ່ຽນທັດສະນະການຮ່ວມມືເພື່ອຜົນປະໂຫຍດສອງຝ່າຍໃນບັນດາຂອບເຂດພາກພື້ນ ແລະ ສາກົນ.

ໄຂກອງປະຊຸມ ເຈົ້າຫນ້າທີ່ອາວຸໂສ ໃນການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ ຫວຽດນາມ-ກຳປູເຈຍ

ທັດສະນີຍະພາບ ກອງປະຊຸມ SOM. (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມ ມີເຈົ້າຫນ້າທີ່ຂອງ 18 ກະຊວງ, ຂະແຫນງການ ຂອງຫວຽດນາມ ແລະ ບັນດາຄູ່ຮ່ວມມື ກຳປູເຈຍ. ທີ່ກອງປະຊຸມ ບັນດາກະຊວງຂະແຫນງການສອງຝ່າຍ ໄດ້ສຳຫລວດກວດກາ, ຕີລາຄາບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ນັບແຕ່ກອງປະຊຸມຄັ້ງທີ 16 ແລະ ວາງທິດທາງຊຸກຍູ້, ລາຍງານຕໍ່ປະທານອະນຸກຳມະການສອງປະເທດພິຈາລະນາ, ຕັດສິນ.

ຕາມແຜນການ ຕອນບ່າຍວັນທີ 20 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ກ່ອນທີ່ເປັນປະທານຮ່ວມກອງປະຊຸມຄົບຄະນະ ຄະນະກຳມະການປະສົມ ຄັ້ງທີ 17 ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ກຳປູເຈຍ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn ໃນຕອນເຊົ້າວັນທີ 21 ສິງຫາ.

(ຄຳຮຸ່ງ)

ເຫດການ