ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

16:52 | 19/07/2019

ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ 19 ກໍລະກົດ ທີ່ນະຄອນຫຼວງ ວຽງຈັນ, ກະຊວງການເງິນ ຫວຽດນາມ ຮ່ວມກັບ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຈັດພິທີສະຫຼອງການກໍ່ສ້າງໂຄງການ ກໍ່ສ້າງອາຄາສະຖາບັນ ເສດຖະກິດການເງິນ ດົງຄຳຊ້າງ ໄລຍະ 3.

ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

ຄະນະຜູ້ແທນໄດ້ຮ່ວມພິທີການ ເລີ່ມລົງມືກໍ່ສ້າງໂຄງການ. (ພາບ: ຊວນຕູ / ສຳນັກຂ່າວຫວຽດນາມ)

ເຂົ້າຮ່ວມໃນການລົງມືກໍ່ສ້າງໂຄງການຄັ້ງນີ້ມີ ທ່ານ ດິງ ຕ໋ຽນ ຢຸງ, ກໍາມະການສູນກາງພັກ, ລັດຖະມົນຕີວ່າການກະຊວງການເງິນຫວຽດນາມ; ທ່ານ ສົມດີ ດວງດີ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນແຫ່ງ ສປປ ລາວ; ທ່ານ ຫງວ໋ຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ; ຕາງຫນ້າຂອງຫນ່ວຍງານທີ່ກ່ຽວຂ້ອງຂອງກະຊວງການເງິນຂອງສອງປະເທດ; ຕາງຫນ້າຜູ້ຮັບເຫມົາໂຄງການ; ພະນັກງານ, ຄູ ແລະ ນັກສຶກສາ ຂອງໂຮງຮຽນເສດຖະກິດການເງິນ ດົງຄຳຊ້າງ ຈໍານວນຫນຶ່ງ.

ທ່ານ ດິງ ຕ໋ຽນ ຢຸງ, ລັດຖະມົນຕີ ກະຊວງການເງິນຫວຽດນາມ ໄດ້ກ່າວວ່າ: ເລີ່ມມາຈາກໝາກຜົນກໍ່ຄື, ປະສິດທິຜົນຂອງ ໂຄງາກນການລົງທືນກໍ່ສ້າງໄລຍະ 1 ແລະ ໄລຍະ 2, ບົນພື້ນຖ້ານພິຈາລະນາເຖິງຄວາມຮຽກຮ້ອງຕ້ອງການດ້ານການກໍ່ສ້າງ ເສດຖະກິດ, ການເງິນ ນັບມື້ນນັບຂະຫຍາຍຕົວເພີ່ມຂື້ນ ຢູ່ໃນລາວ, ລັດຖະບານຂອງສອງປະເທດ ຫວຽດນາມ-ລາວ ໄດ້ອະນຸມັດໃຫ້ມີການກໍ່ສ້າງໂຄງການເສດຖະກິດ ການເງິນ ດົງຄຳຊ້າງ ໄລຍະທີ 3 ໃນສົນທິສັນຍາ ຮ່ວມມືສອງຝ່າຍ ລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານຂອງ ສປປ ລາວ ໄລຍະ 2016-2020.

ຕາມ ລັດຖະມົນຕີ ດິງ ຕ໋ຽນ ຢຸງ, ເມື່ອໂຄງການກໍ່ສ້າງ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ ໄລຍະ 3 ສຳເລັດ, ພ້ອມກັບພື້ນຖານໂຄງລ່າງທີ່ໄດ້ລົງທຶນໃນໄລຍະ 1 ແລະ 2, ໂຄງການນີ້ຈະຮັບປະກັນເງື່ອນໄຂອັນຄົບຖ້ວນທາງດ້ານອຸປະກອນ ໃນການສິດສອນ ແລະ ບຳລຸງສາ້ງ ໃຫ້ແກ່ ນັກສຶກສາຈຳນວນ 4.000 ຄົນ ແລະ ພະນັກງານຄູອາຈານຂະແໜງການການເງິນ ອີກຫຼາຍກ່ວາ 300 ຄົນ ຮ່ຳຮຽນ, ຄົ້ນຄວ້າ; ຕອບສະຫນອງຄວາມຕ້ອງການຂອງ ນັກຮຽນປະຈຳ(ກິນນອນ)ອີກປະມານ 1.000 ຄົນ ແລະ ພະນັກງານ ຂອງການເງິນ ອີກກວ່າ 100 ຮ່ຳຮຽນ ແລະ ການຝຶກອົບຮົມ; ດັ່ງນັ້ນຈິງສົມຄວນເບົ້າຫຼໍ່ຫຼອມຂອງການບຳລຸງສ້າງ, ສຶກສາອົບຮົມການສ້າງນັກຮຽນທີ່ດີເດັ່ນ, ສະຫນອງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການຂອງຍຸກໃຫມ່; ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ການສ້າງສາປະເທດ, ເຮັດໃຫ້ ສປປ ລາວ ກາຍເປັນປະເທດ ພັດທະນາ ແລະ ເຊື່ອມໂຍງກັບເສດຖະກິດໂລກ.

ທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງການເງິນ ໄດ້ຕ່າງໜ້າໃຫ້ແກ່ລັດຖະບານ ລາວ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ສໍາລັບການຊ່ວຍເຫຼືອອັນຍິ່ງໃຫຍ່ ແລະ ອັນລຳ້ຄ່ານີ້ ຂອງລັດຖະບານຫວຽດນາມ, ປະຊາຊົນຫວຽດນາມ ແລະ ກະຊວງການເງິນ ຫວຽດນາມ ໃນໄລຍະທີ່ຜ່ານມາ. ທ່ານ ສົມດີ ດວງດີ ຢືນຢັນວ່າ:ໂຄງການນີ້ແມ່ນໂຄງການທີ່ມີຄວາມໝາຍສໍາຄັນ ທາງດ້ານການເມືອງ ແລະ ຍຸດທະສາດ ເຊິ່ງເປັນການເຄື່ອນໄຫວຮ່ວມມືສໍາຄັນຂອງກະຊວງການເງິນຂອງ ສອງປະເທດລາວ - ຫວຽດນາມ ໃນໄລຍະຕໍ່ໄປ, ປະກອບສ່ວນສະເຫຼີມສະຫຼອງ 42 ປີ ວັນທີເຊັນສົນທິສັນຍາມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ (18 ກໍລະກົດ 1977-18 / ກໍລະກົດ 2019); ອວຍພອນໃຫ້ ມິດຕະພາບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ ຍືນຍົງຕະຫຼອດການລະນານ.

ໂຄງການກໍ່ສ້າງໂຄງການສະຖາບັນເສດຖະກິດແລະການເງິນດົງຄຳຊ້າງ ໄລຍະ 3 ມີມູນຄ່າການລົງທຶນທັງຫມົດ 175,6 ຕື້ດົ່ງ, ໃນນັ້ນມີທືນຊ່ວຍເຫຼືອຂອງລັດຖະບານຫວຽດນາມ 158 ຕື້ດົ່ງ, ໃນນັ້ນມີທືນຂອງລັດຖະບານລາວ 17,6 ຕື້ດົ່ງ, ບົນພື້ນທີ່ 155,036 ຕາແມັດ, ອາຄານປະກອບມີ ອາຄານຫ້ອງຮຽນ, ຫ້ອງຄົ້ນຄວ້າ, ຫໍພັກ, ຕືກກິລາກາຍຍະກຳນອກ, ອາຄານເຕັກນິກ ແລະ ອຸປະກອນຕ່າງໆ. ທີ່ຮັບໃຊ້ໃນການສິດສອນ ແລະ ຮຽນຮູ້ຂອງຄູ ແລະ ນັກຮຽນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.