ຍົກລະດັບຄວາມຮູ້ ວຽກງານການວາງແຜນ ແລະ ສ້າງຍຸດທະສາດ ການພັດທະນາເສດຖະກິດແຫ່ງຊາດ

10:50 | 14/08/2019

ສະຖາບັນຄົ້ນຄວ້າ ພະນັກງານການຄ້າສາກົນ ກະຊວງການຄ້າ ແຫ່ງ ສປ ຈີນ ໄດ້ຈັດຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການວາງແຜນ ແລະ ສ້າງຍຸດທະສາດການພັດທະນາ ເສດຖະກິດແຫ່ງຊາດ ຂອງ ສປປ ລາວ ປະຈຳປີ 2019 ໃຫ້ບັນດາພະນັກງານ-ລັດຖະກອນ ພາຍໃນກະ ຊວງແຜນການ ແລະ ການລົງທຶນ ແລະ ພະແນກການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນລະຫວ່າງ ວັນທີ 13 ສິງຫາ ຫາ 2 ກັນຍາ 2019, ຢູ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ.

ຍົກລະດັບຄວາມຮູ້ ວຽກງານການວາງແຜນ ແລະ ສ້າງຍຸດທະສາດ ການພັດທະນາເສດຖະກິດແຫ່ງຊາດ

ຍົກລະດັບຄວາມຮູ້ ວຽກງານການວາງແຜນ ແລະ ສ້າງຍຸດທະສາດ ການພັດທະນາເສດຖະກິດແຫ່ງຊາດ

ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການ ກຳມາທິການຮ່ວມມື ລາວ-ຈີນ ກ່າວວ່າ: ຊຸດຝຶກອົບຮົມໃນຄັ້ງນີ້, ບັນດາສຳມະນາກອນຫລາຍກວ່າ 40 ທ່ານ ຈະໄດ້ຮຽນຮູ້ສະພາບການຂອງປະ ເທດຈີນ ແລະ ການບໍລິຫານປະເທດ ຂອງປະທານ ສີຈິ້ນຜິງ, ການປະຕິຮູບ ເປີດປະຕູສູ່ພາຍນອກ, ການຫັນປ່ຽນແຜນແມ່ບົດ ພັດທະນາເສດຖະກິດຂອງ ສປ ຈີນ, ແຜນແມ່ບົດ ແລະ ປະສົບການການຫັນເປັນ ອຸດສາຫະກຳຂອງປະເທດ ກຳລັງພັດທະນາ, ການທົບທວນ ແລະ ການປະເມີນແຜນ ແມ່ບົດພັດທະນາ 5 ປີ ນັບແຕ່ ສປ ຈີນ ປະຕິຮູບເປີດປະຕູສູ່ພາຍນອກ, ການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ, ຍຸດທະສາດການພັດທະນາ ແບບກ້າວກະໂດດຂອງ ສປ ຈີນ ແລະ ການພັດທະນາ ຊົນນະບົດແບບໃໝ່ຂອງ ສປ ຈີນ, ການພັດທະນາ ແລະ ການຈັດສັນຕະຫລາດທີ່ເກີດຂຶ້ນໃໝ່. ນອກນັ້ນ, ຍັງໄດ້ຮຽນຮູ້ກາລະໂອກາດ ດ້ານການພັດທະນາລາວ ຢູ່ໃນແນວຄິດລິເລີ່ມ ໜຶ່ງແລວໜຶ່ງເສັ້ນ ທາງ, ການປະຕິຮູບເປີດປະຕູສູ່ພາຍນອກ ແລະ ການລົງທຶນໂດຍກົງຈາກ ຕ່າງປະເທດ ຂອງ ສປ ຈີນ ແລະ ໄດ້ຮຽນຮູ້ບົດຮຽນອື່ນໆທີ່ກ່ຽວຂ້ອງ ຈາກວິທະຍາກອນທີ່ມີຊື່ສຽງຂອງ ສປ ຈີນ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ແນໃສ່ຍົກລະດັບໃຫ້ບັນດາ ພະນັກງານ-ລັດຖະກອນ ພາຍໃນກະຊວງແຜນການ ແລະ ການລົງທຶນ ຕະຫລອດຮອດພະແນກ ການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮຽນຮູ້ຍຸດທະສາດ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປ ຈີນ ຢ່າງເລິກເຊິ່ງ, ທັງເປັນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງກະຊວງແຜນການ ແລະ ການລົງທຶນ ແລະ ສະຖາບັນຄົ້ນຄວ້າພະນັກງານສາກົນ ກະຊວງການຄ້າ ສປ ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະດ້ານການພັດທະນາ ຊັບພະຍາ ກອນມະນຸດ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.