ຕໍ່ກັບສະພາບການຫຍຸ້ງຍາກທັງພາຍໃນ ແລະ ຕ່າງປະເທດ, ລັດຖະບານແຫ່ງ ສປປ ລາວ ຍັງຄົງສືບຕໍ່ດໍາເນີນນະໂຍບາຍຄຸມເຂັ້ມ ທາງດ້ານການເງິນງົບປະມານ ດ້ວຍການຮັດກຸມທາງດ້ານລາຍຈ່າຍ ແລະ ປັບປຸງທາງດ້ານການ ບໍລິຫານຈັດເກັບລາຍຮັບ. ນະໂຍບາຍຄຸມເຂັ້ມທາງ ດ້ານການເງິນຄາດວ່າຈະສົ່ງຜົນ ໃຫ້ການຂາດດຸນ ງົບປະມານຫລຸດລົງ ຢູ່ໃນລະດັບ 4,3% ຂອງ GDP ໃນປີ 2019, ຫລຸດຈາກ 4,4% ໃນປີ 2018ເນື່ອງຈາກມີການຄວບຄຸມ ລາຍຈ່າຍທາງດ້ານເງິນເດືອນ ແລະ ລາຍຈ່າຍດ້ານການລົງທຶນ ຢ່າງຮັດກຸມຂຶ້ນກວ່າເກົ່າ. ສິ່ງດັ່ງກ່າວ ຄາດວ່າຈະເຮັດໃຫ້ລາຍຈ່າຍພາກລັດ ຢູ່ໃນລະດັບຄົງທີ່ປະມານ 20% ຂອງ GDP ໃນປີ2019.
![]() |
ພາບປະກອບ
ລາຍຮັບຕໍ່ GDP ຄາດວ່າຈະດີຂຶ້ນກວ່າເກົ່າເລັກນ້ອຍໃນປີ 2019 ເນື່ອງຈາກຜົນຂອງຄວາມພະຍາຍາມ ໃນການຍົກລະດັບການບໍລິຫານດ້ານ ການຈັດເກັບລາຍຮັບ ແລະ ກອບນິຕິກໍາທີ່ ເຂັ້ມແຂງກວ່າເກົ່າ. ໃນຕໍ່ໜ້າ,ໜີ້ສິນສາທາລະນະຄາດວ່າ ຈະຫລຸດລົງຈາກ 57,2% ຂອງ GDP ໃນປີ 2018 ມາເປັນ 55,5% ຂອງ GDPໃນປີ 2021. ແຕ່ການຄາດຄະເນຮອດປີ 2021 ນີ້ ກໍ່ອາດຕ້ອງໄດ້ຮັບຜົນກະທົບ ຈາກຄວາມສ່ຽງທີ່ເພີ່ມຂຶ້ນໃນອະນາຄົດ.
ໃນເດືອນມິຖຸນາປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 814,99 ລ້ານໂດລາສະຫະລັດ; ໃນນັ້ນ, ມູນຄ່າການສົ່ງອອກປະມານ 366,72 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 448,27 ລ້ານໂດລາສະຫະລັດ, ຂາດດຸນການຄ້າປະມານ 81,55 ລ້ານໂດລາສະຫາລັດ. ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ.
![]() |
ພາບປະກອບ
ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກປະກອບ ມີ ໄທ 91,24 ລ້ານ ໂດລາສະຫະລັດ, ສປ ຈີນ 127,48 ລ້ານໂດລາສະຫະລັດ, ສສ ຫວຽນນາມ 93,90 ລ້ານໂດລາສະຫະລັດ, ອິນເດຍ 8,60 ລ້ານໂດລາສະຫະລັດ, ຍີ່ປຸ່ນ 6,92 ລ້ານໂດລາສະຫະລັດ, ເຢຍລະມັນ 6,48 ລ້ານໂດລາສະຫະລັດ, ສ ອາເມລິກາ 2,50 ລ້ານໂດລາສະຫະລັດ, ອັງກິດ 2,17 ລ້ານໂດລາສະຫະລັດ, ແລະ ສິວິດເຊີແລນ 6,72 ລ້ານໂດລາສະຫະລັດ. ພ້ອມນີ້, ມີ 10 ປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ປະກອບມີ: ໄທ 262,97 ລ້ານໂດລາສະຫະລັດ, ສປ ຈີນ 100,95 ລ້ານໂດລາສະຫະລັດ, ສສ ຫວຽດນາມ 51,50 ລ້ານໂດລາສະຫະລັດ, ຍີ່ປຸ່ນ 5,32 ລ້ານໂດລາສະຫະລັດ, ສ ເກົາຫຼີ 5,20 ລ້ານໂດລາສະຫະລັດ, ສ ອາເມລິກາ 2,24 ລ້ານໂດລາສະຫະລັດ, ແລະ ແບນຊິກ 2,02 ລ້ານໂດລາສະຫະລັດ, ອິນເດຍ 2,59 ລ້ານໂດລະສະຫະລັດ, ຮົງກົງ ຈີນ 2,73 ລ້ານໂດລາສະຫະລັດ.
(ໄຊພອນ)