ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ຄັ້ງທີ 3: ຊຸກຍູ້ການຮ່ວມມືດ້ານເສດຖະກິດກັບບັນດາປະເທດຄູ່ຮ່ວມມື

09:36 | 13/07/2019

ຍສໝ - ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ຄັ້ງທີ 3 (SEOM 3/50) ຈະໄດ້ຈັດຕັ້ງຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 14-18 ກໍລະກົດ 2019 ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ຄັ້ງທີ 3: ຊຸກຍູ້ການຮ່ວມມືດ້ານເສດຖະກິດກັບບັນດາປະເທດຄູ່ຮ່ວມມື

ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ຄັ້ງທີ 3: ຊຸກຍູ້ການຮ່ວມມືດ້ານເສດຖະກິດກັບບັນດາປະເທດຄູ່ຮ່ວມມື.(ພາບ:congthuong.vn)

ຄະນະປະຕິບັດງານຂອງຫວຽດນາມ ລວມມີຜູ້ຕາງໜ້າບັນດາອົງການຂອງກະຊວງອຸດສາຫະກໍາ ແລະການຄ້າ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ກອງປະຊຸມຕ່າງໆໄດ້ດໍາເນີນໃນເວລາ 5 ວັນ ລວມມີ: ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດກຸ່ມປະເທດ CLMV ຄັ້ງທີ 17, ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ-ຈີນ ຄັ້ງທີ 36, ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ-ຍີ່ປຸ່ນ ຄັ້ງທີ 24, ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ-ສ. ເກົາຫຼີ ຄັ້ງທີ 31 ແລະອື່ນໆ. ກ່ອນທີ່ຈະຈັດຕັ້ງກອງປະຊຸມດັ່ງກ່າວ, ກະຊວງການຄ້າໄທ ໄດ້ຈັດຕັ້ງບັນດາວາລະປະຊຸມກຸ່ມປະຕິບັດງານ ແລະຄະນະກໍາມະການທາບທາມຄຳເຫັນລວມກ່ຽວກັບການຫັນການຄ້າອາຊຽນເປັນສະດວກ ຄັ້ງທີ 15 ໃນລະຫວ່າງວັນທີ 10 - 11 ກໍລະກົດ 2019, ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບແຜນການກະທໍາໃນຂອບເຂດການເຊື່ອມໂຍງເຂົ້າກັບເຕັກນິກດີຈີຕອນອາຊຽນ ໃນລະຫວ່າງວັນທີ 11–12 ກໍລະກົດ 2019, ວາລະປະຊຸມພິເສດຂອງຄະນະກໍາມະການຄົບຄະນະປະຊາຄົມເສດຖະກິດອາຊຽນ ກ່ຽວກັບການປະຕິວັດອຸດສາຫະກໍາຄັ້ງທີ 4 ໃນວັນທີ 13 ກໍລະກົດ 2019 ແລະ ອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.