ວັນທີ 15 ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ທ່ານ ເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່.
ສອງຝ່າຍຢັ້ງຢືນວ່າ ຈະອະນຸລັກ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ທ່ານຮອງລັດຖະມົນຕີ Gilberto Pichetto Fratin ຢັ້ງຢືນວ່າຈະສະໜັບສະໜູນ ແລະຈະຊຸກຍູ້ຢ່າງແຮງ ເພື່ອໃຫ້ສະພາແຫ່ງຊາດ ອີຕາລີ ໃຫ້ສັດຕະຍາບັນສັນຍາ ອາລັກຂາການລົງທຶນ ລະຫວ່າງ ສະຫະພາບເອີຣົບ ກັບ ຫວຽດນາມ (EVIPA), ພ້ອມທັງສະແດງຄວາມປາດຖະໜາຢາກເຊື່ອມຕໍ່ການທ່ອງທ່ຽວໃນໄວໆນີ້, ເຫັນດີສົມທົບກັນຈັດຕັ້ງກອງປະຊຸມຄະນະກຳມະການປະສົມ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ 8.
ຍສໝ - ເມື່ອບໍ່ດົນມານີ້, ທີ່ການພົບປະກັບທ່ານລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລມີງຮວານ, ທ່ານ ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈຳ ຫວຽດນາມ Gennady Stepanovich Bezdetko (ສຈ. Bezdetko) ໃຫ້ຮູ້ວ່າ ການຮ່ວມມື ລະຫວ່າງສະຫະພັນຣັດເຊຍກັບຫວຽດນາມແມ່ນມີຄວາມຫຼາກຫຼາຍ, ກະສິກຳພວມໄດ້ຮັບຄວາມສົນໃຈຫຼາຍຈາກທັງສອງຝ່າຍ.
ທ່ານປະທານປະເທດ ໃຫ້ຮູ້ວ່າ ປີ 2045, ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດ ມີລາຍຮັບສູງ, ສະນັ້ນ, ການພັດທະນາເສດຖະກິດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ຫັນຄວາມຄາດຫວັງຢາກ ມີສັນຕິພາບໃຫ້ປະກົດຜົນເປັນຈິງ ແມ່ນເປັນບຸລິມະສິດແຖວໜ້າ ຂອງ ຫວຽດນາມ.
ຍສໝ - ການໄລ່ສະສົມໃນ 8 ເດືອນ ຕົ້ນປີ 2021, ມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມໄປຍັງ ສ.ເກົາຫຼີ ບັນລຸໄດ້ 107,25 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,47% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ໂດຍມີຊາວຫວຽດນາມ 3 ຄົນອາໄສຢູ່ ມາເກົາ ທີ່ຕິດເຊື້ອພະຍາດໂຄວິດ - 19, ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໄດ້ສົມທົບກັບອົງການອຳນາດການປົກຄອງປະເທດປະຈຳຖິ່ນໜູນຊ່ວຍບັນດາກໍລະນີດັ່ງກ່າວປິ່ນປົວພະຍາດຢ່າງໄວວາ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden, ສະແດງຄວາມຂອບໃຈລັດຖະບານອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ, ຢາປົວພະຍາດ, ວັດຖຸ ແລະອຸປະກອນການແພດເພື່ອໃຫ້ຫວຽດນາມ ຮັບມືກັບພະຍາດໂຄວິດ-19.
ຕອນບ່າຍວັນທີ 13 ຕຸລາ, ທ່ານພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການປະຊຸມທາງໄກກັບຄະນະຜູ້ແທນວິສາຫະກິດລະດັບສູງ ສະພາດຳເນີນທຸລະກິດອາເມລິກາ-ອາຊຽນ (USABC).
ຍສໝ - ວັນທີ 9 ຕຸລາ, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບ UN Women (ອົງການສະຫະປະຊາຊາດເພື່ອສົ່ງເສີມບົດບາດຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ) ແລະ ສະຖານທູດຝລັ່ງ, ເມັກຊີໂກ, ແອັດສະປາຍ, ຊູແອັດ ແລະ ການາດາ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການໂອ້ລົມສົນທະນາທາງອອນໄລ “ຍົກສູງບົດບາດຂອງແມ່ຍິງໃນນະໂຍບາຍການຕ່າງປະເທດ” (ສິດທິແມ່ຍິງໃນນະໂຍບາຍການຕ່າງປະເທດ).
ຍສໝ - ວັນທີ 11 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມປະຈຳປີຂອງຄະນະກຳມະການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76.
ຍສໝ - ມະຫາວິທະຍາໄລກວາງນາມ, ພະແນກການຕ່າງປະເທດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງນາມ ໄດ້ສົມທົບກັນຈັດຕັ້ງ “ການແຂ່ງຂັນຂຽນ ແລະ ບັນຍາຍດ້ວຍພາສາຫວຽດນາມສໍາລັບນັກສຶກສາລາວທີ່ພວມສຶກສາຮໍ່າຮຽນຢູ່ແຂວງກວາງນາມໃນປີ 2021”.
ຍສໝ - ເນື່ອງໃນໂອກາດວັນນັກທຸລະກິດຫວຽດນາມ ວັນທີ 13 ຕຸລາ, ຕອນເຊົ້າວັນທີ 12 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ແທນກວ່າ 40 ຄົນທີ່ຕາງໜ້າໃຫ້ນັກທຸລະກິດກວ່າ 10,000 ຄົນທີ່ມາຈາກສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ.
ຍສໝ - ກ່າວຄຳຫັນທີ່ການພົບປະກັບນັກທຸລະກິດດີເດັ່ນ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາໃຫ້ບັນດານັກທຸລະກິດ ສືບຕໍ່ຮ່ວມເດີນທາງ ພ້ອມກັບປະເທດຊາດ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ - 19 ໃຫ້ຖອຍໄປ, ຟື້ນຟູ, ພັດທະນາເສດຖະກິດສັງຄົມ ໃຫ້ປະສົບຜົນສຳເລັດ...
ການຄ້າກະສິກຳຂ້າມຊາຍແດນໄດ້ດຳເນີນໄປດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາອົງການສົ່ງເສີມການຄ້າ, ປະຊາຄົມວິສາຫະກິດອິນເດຍ ແລະ 3 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ
ຍສໝ - ຫວ່າງແລ້ວນີ້, ທ່ານ ດ່ວານວັນວຽດ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມອອນໄລ ກັບບັນດາອົງການຕາໜ້າການທູດຫວຽດນາມຢູ່ຕ່າງປະເທດ ກ່ຽວກັບການເພີ່ມທະວີການປະສານງານຊຸກຍູ້ການທ່ອງທ່ຽວຫວຽດນາມ ຢູ່ບັນດາຕະຫຼາດທີ່ສຳຄັນ...
ຍສໝ - ຕອນເຊົ້າວັນທີ 11 ຕຸລາ, ຢູ່ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ (ນະຄອນໂຮ່ຈີມິນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ແລະສະພາວິຊາສະເພາະກ່ຽວກັບວັກຊີນໄດ້ຍົກອອກຂໍ້ກ່າວເຕືອນກ່ຽວກັບການສັກວັກຊີນໃຫ້ປະຊາຊົນຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ, ສູ້ຊົການສັກວັກຊີນໃຫ້ເດັກນ້ອຍມີອາຍຸແຕ່ 12 ຫາ 17 ປີ ໃນທ້າຍເດືອນຕຸລາ…
ຍສໝ - ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ ສອງຝ່າຍຈົ່ງສືບຕໍ່ຮັກສາ, ເປີດກວ້າງການເຄື່ອນໄຫວຮ່ວມມືສາກົນທາງເຄືອຂ່າຍອີນເຕີເນັດ ລະຫວ່າງ ສອງອົງການທີ່ມີໜ້າທີ່ຂອງ ສອງປະເທດ...
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາໜັງສືຜ່ານແດນວັກຊີນ ຫຼືໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ -19, ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຂົ້າ-ອອກເມືອງຂອງພົນລະເມືອງຂອງສອງປະເທດໂດຍຕາມເງື່ອນໄຂທີ່ໄດ້ຮັບອະນຸຍາດ...
ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ ບໍລິສັດ Genetica (ບໍລິສັດ Decoding gene ຂອງສະຫະລັດອາເມລິກາ) ຫາກໍ່ຮ່ວມມືກັບສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ ເພື່ອສ້າງສູນ Decoding gene ໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ຢູ່ຫວຽດນາມ.