ຫວຽດນາມສູ້ຊົນສັກຢາວັກຊີນໃຫ້ເດັກນ້ອຍໃນທ້າຍເດືອນຕຸລານີ້

19:38 | 12/10/2021

ຍສໝ - ຕອນເຊົ້າວັນທີ 11 ຕຸລາ, ຢູ່ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ (ນະຄອນໂຮ່ຈີມິນ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ແລະສະພາວິຊາສະເພາະກ່ຽວກັບວັກຊີນໄດ້ຍົກອອກຂໍ້ກ່າວເຕືອນກ່ຽວກັບການສັກວັກຊີນໃຫ້ປະຊາຊົນຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ, ສູ້ຊົການສັກວັກຊີນໃຫ້ເດັກນ້ອຍມີອາຍຸແຕ່ 12 ຫາ 17 ປີ ໃນທ້າຍເດືອນຕຸລາ…

ເພີ່ມທະວີການຮ່ວມມືຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ
ຫວຽດນາມສູ້ຊົນສັກຢາວັກຊີນໃຫ້ເດັກນ້ອຍໃນທ້າຍເດືອນຕຸລານີ້
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ພາບ: congly.vn

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ການສັກວັກຊິນໃຫ້ແກ່ເດັກນ້ອຍ ເພື່ອໃຫ້ເດັກສາມາດໄປໂຮງຮຽນ ແມ່ນບັນຫາທີ່ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດ. ປະຈຸບັນ, ກະຊວງສາທາລະນະສຸກ ແລະສະພາວິຊາສະເພາະກ່ຽວກັບວັກຊີນໄດ້ຍົກອອກຂໍ້ກ່າວເຕືອນກ່ຽວກັບການສັກວັກຊີນໃຫ້ປະຊາຊົນທີ່ມີອາຍຸຕໍ່າກວ່າ 18 ປີ, ສູ້ຊົນສັກວັກຊີນໃນທ້າຍເດືອນຕຸລາ, ຕົ້ນເດືອນພະຈິກສໍາລັບເດັກນ້ອຍທີ່ມີອາຍຸແຕ່ 12 ຫາ 17 ປີ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມມີວັກຊີນພຽງພໍເພື່ອໃຫ້ກວມເອົາ 70% ຂອງປະຊາກອນທັງໝົດໃນໄລຍະຕໍ່ໜ້າ, ສະນັ້ນ ທ່ານປະທານປະເທດເຫັນດີກັບການປັບຍຸດທະສາດຂອງລັດຖະບານຈາກ “zero Covid” (ບໍ່ມີກໍລະນີຕິດພະຍາດໂຄວິດ -19) ມາເປັນປັບຄວາມປອດໄພ ເພື່ອທັງມີການປ້ອງກັນພະຍາດໂຄວິດ -19 ຢ່າງມີປະສິດທິຜົນ ທັງຟື້ນຟູ, ຊຸກຍູ້ການພັດທະນາເສດຖະກິດ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຍົກອອກຢ່າງຈະແຈ້ງວ່າ: ໃນລະຫວ່າງການປະຕິບັດງານຢູ່ຕ່າງປະເທດໃນເວລາຜ່ານມາ, ຢູ່ ກູບາ ພວກຂ້າພະເຈົ້າໄດ້ຊື້ວັກຊີນ 5 ລ້ານໂດສ ສຳລັບຜູ້ໃຫຍ່ ແລະ 5 ລ້ານໂດສ ສຳລັບເດັກນ້ອຍ. ເມື່ອມາສະຫະລັດອາເມລິກາ, ຂ້າພະເຈົ້າໄດ້ໄປຢ້ຽມຢາມບໍລິສັດ Pfizer ເພື່ອຊຸກຍູ້ການຊື້ວັກຊີນ, ທ່ານປະທານບໍລິສັດກ່າວວ່າ ເປັນຄັ້ງທໍາອິດທີ່ປະມຸກລັດໄດ້ມາຢ້ຽມຢາມ, ໃຫ້ກໍາລັງໃຈ, ຊຸກຍູ້ວັກຊີນໃຫ້ແກ່ປະຊາຊົນຂອງປະເທດຕົນເອງ. Pfizer ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສະໜອງວັກຊີນ 20 ລ້ານໂດສໃຫ້ກັບເດັກນ້ອຍ”.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເຫັນດີກັບບັນດາຜູ້ມີສິດເລືອກຕັ້ງກ່ຽວກັບຄວາມຕ້ອງການໃນການຍຸ້ແຮງການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນສັງຄົມໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ; ເພີ່ມແຫຼ່ງການລົງທຶນໃນດ້ານສາທາລະນະສຸກເພື່ອຕອບສະໜອງກັບສິ່ງທ້າທາຍໃໝ່ໃນການດູແລສຸຂະພາບຂອງປະຊາຊົນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.