ຫວຽດນາມ ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການລົບລ້າງອາວຸດລ້າງຜານ

22:52 | 13/10/2021

ຍສໝ - ວັນທີ 11 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມປະຈຳປີຂອງຄະນະກຳມະການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76.

ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ ນັກສຶກສາລາວ Natsa Douangpanya ໄດ້ຮັບລາງວັນທີໜຶ່ງ ໃນການແຂ່ງຂັນບັນຍາຍດ້ວຍພາສາຫວຽດນາມຢູ່ແຂວງກວາງນາມ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບສະມາຄົມນັກທຸລະກິດ ໜຸ່ມ ຫວຽດນາມ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ. ພາບ: TTXVN

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ແກ້ໄຂບັນດາບັນຫາຢູ່ພາກພື້ນ, ໃນນັ້ນ ມີເລື່ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກອງປະຊຸມສະພາຄວາມໝັ້ນຄົງ.

ຫວຽດນາມ ປະຕິບັດນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການຕ້ານການແຜ່ຂະຫຍາຍ, ຫຼຸດຜ່ອນອາວຸດລ້າງຜານ, ມຸ່ງໄປເຖິງການລົບລ້າງອາວຸດລ້າງຜານ. ການປະຕິບັດບັນດາສົນທິສັນຍາກ່ຽວກັບອາວຸດທຳມະດາຕ້ອງສອດຄ່ອງກັບກົດໝາຍສາກົນ, ມີຄວາມສົມດຸນ, ບໍ່ມີການຈຳແນກ, ບໍ່ຫັນເປັນການເມືອງ ແລະ ຕ້ອງເຄົາລົບສິດອັນຊອບທໍາຂອງບັນດາປະເທດໃນການປ້ອງກັນຊາດ ແລະ ຄວາມໝັ້ນຄົງ.

ທ່ານເອກອັກຄະລັດຖະທູດສະເໜີໃຫ້ບັນດາປະເທດຮ່ວມມື, ສ້າງບັນດາຂໍ້ກຳນົດມາດຕະຖານລວມເຫັນດີເຫັນພ້ອມກ່ຽວກັບການກະທຳທີ່ມີຄວາມຮັບຜິດຊອບ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມໃຫ້ເໝາະສົມກັບກົດໝາຍສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.