ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ລາວ ໃນຫຼາຍ​ຂົງ​ເຂດ

09:07 | 16/10/2021

ວັນທີ 15 ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ທ່ານ ເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງໃໝ່.

ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ ເພິ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ລາວ
ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍື​ນ​ຍົງ ຫວຽດ​ນາມ ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ ແບບ​ຍື​ນ​ຍົງ ຫວຽດ​ນາມ
ທ່ານເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກ ຕ້ອນຮັບທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ
ທ່ານເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງພັກ ຕ້ອນຮັບທ່ານແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ

ໃນການຕ້ອນຮັບ, ທ່ານເຈິ່ນຕ້ວນແອງ, ກຳມະການກົມການເມືອງການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງສອງປະທານປະເທດຫວຽດນາມ-ລາວ ໃນເດືອນມິຖຸນາ ແລະ ສິງຫາ 2021 ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ. ທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ລວມທັງການເຂົ້າມາສະແດງຄວາມຊົມເຊີຍຂອງ ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ກ່ຽວກັບການຂະຫຍາຍຕົວ ດ້ານການພົວພັນຮ່ວມມືເສດຖະກິດ-ການຄ້າຂອງສອງປະເທດ ໂດຍສະເພາະແມ່ນໄລຍະ 6 ເດືອນຕົ້ນປີ 2021 ໃນມູນຄ່າການຄ້າສອງສົ້ນສາມາດບັນລຸໄດ້ 56%.

ໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດ ນາມ ໃນຕົ້ນປີ 2021 ທີ່ຜ່ານມາ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ພິເສດໃນໂອກາດນີ້, ທ່ານກໍໄດ້ຮັບເລືອກເປັນກຳມະການກົມການເມືອງສູນກາງພັກ ແລະ ໄດ້ຮັບການສັບຊ້ອນໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະເສດຖະກິດສູນກາງ ສິ່ງດັ່ງກ່າວ ເປັນການສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ທ່ານ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງທ່ານ ຄະນະເສດຖະກິດສູນກາງຈະສືບຕໍ່ເຮັດສຳເລັດໜ້າທີ່ໃນການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະໃຫ້ແກ່ກົມການເມືອງ, ເລຂາທິການສູນກາງ ໂດຍກົງ ແລະ ເປັນປະຈໍາ ໃນການສ້າງ ແລະ ກຳນົດແນວທາງ, ມາດຕະການຕ່າງໆ ທາງດ້ານເສດຖະກິດ - ສັງຄົມກໍຄືຈະປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ 2021-2025 ກໍຄືວິໄສທັດຮອດປີ 2030 ແລະ 2045.

ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງກັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບທີ 4 ນີ້ ຕາມຄໍາຂວັນທີ່ວ່າ “ຕ້ານພະຍາດກໍຄືຕ້ານສັດຕູ” ເຮັດໃຫ້ປັດຈຸບັນຫວຽດນາມສາມາດຄວບຄຸມການລະບາດໃນຮອບ 4 ນີ້ໄດ້ຢ່າງມີໄຊ ຊຶ່ງປະສົບການ ແລະ ຜົນສໍາເລັດດັ່ງກ່າວໄດ້ກາຍ ເປັນບົດຮຽນທີ່ດີໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ ທີ່ພວມລະບາດຢູ່ ສປປ ລາວ ເຊັ່ນດຽວກັນ.

ຈາກນັ້ນ ທ່ານເອກອັກຄະລັດຖະທູດທູດ ກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຂອງພວກຂ້າພະເຈົ້າຕະຫຼອດມາ ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໃນສະໄໝການປະຕິບັດສອງໜ້າທີ່ຍຸດທະສາດເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຄືປັດຈຸບັນ, ເຖິງຢູ່ຫວຽດນາມເອງກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍເພາະຕ້ອງຮັບມືກັບເຊື້ອພະຍາດເຊັ່ນດຽວກັນ ແຕ່ກໍຍັງໄດ້ບິແບ່ງການຊ່ວຍເຫຼືອຢ່າງທັນການທັງດ້ານວັດຖຸເງິນຄໍາ, ຄະນະຊ່ຽວຊານ ແລະ ອຸປະກອນການແພດຂອງ ສສ ຫວຽດນາມ ໄປຊ່ວຍ ສປປ ລາວ ຊຶ່ງເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ລາວມີປະສິດທິຜົນຂຶ້ນ.

ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ເສດຖະກິດການຄ້າລະຫວ່າງສອງປະເທດ ເປັນຕົ້ນ ການລົງທຶນທາງດ້ານການປູກຝັງ, ລ້ຽງສັດ ຢູ່ ສປປ ລາວ, ສະພາບການຄ້າ ແລະ ການສົ່ງອອກລະຫວ່າງສອງປະເທດຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.