ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2019, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 31 ມີນາ - 4 ເມສາ 2019.
ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ
ໃນວັນທີ 16 ທັນວາ 2018, ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບ.
ໃນວັນທີ 16 ທັນວາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້.
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ທັນວາ 2018. ພ້ອມດຽວກັນນີ້, ສະຫາຍ ຫວັງ ອີ້ ຈະໄດ້ສືບຕໍ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ຊຶ່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018, ທີ່ ແຂວງຫຼວງພະບາງ.
ວັນທີ 12 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ລົງຢ້ຽມຢາມ, ອວຍພອນ ເຂດຊາວຄຼິດຮ່າໂນ້ຍ ແລະ ສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ເນື່ອງໃນໂອກາດວັນບຸນຄຼິດສມາດ ຄ.ສ. 2018
ທ່ານ ຫວາງສີຊ່ານ ໄດ້ກ່າວວ່າ: ໃນປັດຈຸບັນ ໂລກກຳລັງຕ້ອງປະເຊີນໜ້າກັບຫຼາຍບັນຫາໃຫຍ່ ແລະ ຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງ ອາເມລິກາ ແລະ ຈີນ.
ໃນຕອນເຊົ້າ ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ເປີດງານວາງສະແດງສີນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ທີ່ ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ການເປັນປະທານຂອງ ທ່ານ ສີ ຈີ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ ຮ່ວມກັບ 12 ປະເທດ ທີ່ຖືກເຊີນມາຮ່ວມງານດັ່ງກ່າວ, ໃນຖານະປະເທດປະທານຮ່ວມ.
ເນື່ອງໃນໂອກາດເຂົ້າຮ່ວມງານຕະຫຼາດນັດນໍາເຂົ້າສາກົນຈີນ (CIIE 2018), ວັນທີ 4 ພະຈິກ, ທີ່ນະຄອນ ຊຽງໄຮ້ (ຈີນ), ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ.
ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.
ຄ່ຳຂອງວັນທີ 1 ຕຸລາ 2018 ທີ່ໂຮງແຮມດອນຈັນພາດເລດ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງເພື່ອສະເຫລີມສະຫລອງການສະຖາປະນາຂອງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ (1 ຕຸລາ 1949 – 1 ຕຸລາ 2018).
ຍສໝ - ໃນວັນທີ 28 ກັນຍາ 2018 ນີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວ ຈັດກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference) ເພື່ອເປັນການຮັດແໜ້ນສາຍສຳພັນ ແລະ ສົ່ງເສີມການຮ່ວມມືລະຫວ່າງ ລາວ-ຈີນ, ທັງເປັນການສ້າງເຄືອຂ່າຍໃຫ້ແກ່ບັນດານັກທຸລະກິດ, ສົ່ງເສີມໃຫ້ມີການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄາດວ່າຈະເຮັດໃຫ້ບັນດານັກທຸລະກິດສາມາດສ້າງເຄືອຂ່າຍ ແລະ ມີການຮ່ວມມືກັນ ເຊິ່ງບໍ່ພຽງແຕ່ການຮ່ວມມືລະຫວ່າງ ລາວ-ຈີນ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການຮ່ວມມືລະຫວ່າງ ລາວ ແລະ ບັນດາປະເທດຕ່າງໆອີກດ້ວຍ.
ຕອນບ່າຍວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14
ຍສມ - ຕາມແຈ້ງການຂອງທຳນຽບຂາວໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວຂອງອຳນາດການປົກຄອງ ອາເມລິກາ ໄດ້ຍົກອອກມາໂດຍອີງໃສ່ໝາກຜົນຂອງການສຳຫຼວດທີ່ສະແດງໃຫ້ເຫັນວ່າ ຈີນ ...
ທ່ານ Kim Jong – un ໄດ້ສະແດງຄວາມຂອບອົກຂອບໃຈ, ພ້ອມທັງຖະແຫຼງກຽມພ້ອມການພັດທະນາການພົວພັນ 2 ຝ່າຍຫຼາຍກ່ວາອີກ.
ຍສໝ - ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ຫາລືກັບປະທານາທິບໍດີ ວະລາດີເມຍ ປູຕິນ ຂອງຣັດເຊຍ ນອກຮອບການປະຊຸມເສດຖະກິດຕາເວັນອອກ (Eastern Economic Forum) ທີ່ເມືອງວາລາດິວອສຕອກ ຣັດເຊຍ.
ໃນວັນທີ 16 ສິງຫາ 2018, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີ ມອບ-ຮັບ ການຊ່ວຍເຫລືອລ້າດ້ານພາຫະນະ ຈາກລັດຖະບານ ແຫ່ງ ສປ ຈີນ ຈຳນວນ 7 ຄັນ, ພ້ອມດ້ວຍ ອາໄຫລ່ຈໍານວນໜຶ່ງ ລວມມູນຄ່າຫລາຍກວ່າ 4 ຕື້ກີບ (3,3 ລ້ານຢວນ), ໃຫ້ກະຊວງອຸດສະຫະກຳ ແລະ ການຄ້າ.
ຍສໝ - ເວລາ 16ໂມງ ຂອງວັນທີ 16 ສິງຫາ 2018 ຢູ່ປະເທດຈີນ ການແຂ່ງຂັນເຕະບານ ຊູງຊີງລີງຄັບ ຮອບຊີງຊະນະເລີດ ລະຫວ່າງ ທີມສະໂມສອນຈາກລາວອາຄາເດມີ ລ໋ອບ ສະເຕດ້ຽມ ຢູ12 (KIETTISACK INTERNATIONAL BY LOB STADIUM)ຕົວແທນຈາກປະເທດລາວ ພົບກັບ ສະໂມສອນ ບູຣິຣຳ ຢູໄນເຕັດ ຢູ12 ຕົວແທນສະໂມສອນຈາກໄທ.
ຍສໝ - ປະເທດຈີນ ຫາກໍ່ຖະແຫຼງແຜນການນຳໃຊ້ອັດຕາພາສີ 25% ກັບສິນຄ້ານຳເຂົ້າຈາກ ປະເທດອາເມລິກາ, ເທົ່າກັບ 16ຕື້ໂດລາສະຫະລັດ ເພື່ອຕອບໂຕ້ ການກະທຳຂອງອຳນາດການປົກຄອງຂອງລັດຖະບານ ປະທານາທິບໍດີ ໂດນໍ້ ທຣຳ 1ມື້ກ່ອນໜ້ານັ້ນ.
ຍສໝ - ນີ້ແມ່ນການຢັ້ງຢືນຂອງ ຮອງຫົວໜ້າຮັບຜິດຊອບ ທັງເປັນບັນນາທິການໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໃນການຕ້ອນຮັບ ທ່ານນາງ ຢວານຫ໋າຍຮົ່ງ ທີ່ປືກສາ ສະຖານທູດຈີນ ປະຈຳຫວຽດນາມ ໃນຕອນແລງຂອງວັນທີ 7 ສິງຫາ 2018.