ສະເຫລີມສະຫລອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ

09:37 | 02/10/2018

ຄ່ຳຂອງວັນທີ 1 ຕຸລາ 2018 ທີ່ໂຮງແຮມດອນຈັນພາດເລດ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງເພື່ອສະເຫລີມສະຫລອງການສະຖາປະນາຂອງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ (1 ຕຸລາ 1949 – 1 ຕຸລາ 2018).

ສະເຫລີມສະຫລອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ

ສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 69ປີ ຢູ່ນະຄອນຫຼວງ ວຽງຈັນ.

ເຂົ້າຮ່ວມງານລ້ຽງດັ່ງກ່າວໂດຍ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ນາງ ຄຳເພົາ ເອິນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍພັນລະຍາ.

ໂອກາດນີ້, ທ່ານ ຫວາງ ເວີນທ່ຽນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຂອບໃຈຢ່າງຈິງໃຈມາຍັງບັນດາທ່ານ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງມື້ນີ້. ທ່ານ ກ່າວວ່າ: 69 ປີ ທີ່ຜ່ານມາ ແມ່ນມີຄວາມໝາຍສໍາຄັນພິເສດຕໍ່ຊົນຊາດຈີນ. ຖ້າຫາກວ່າສະຫລຸບເປັນປະໂຫຍກດຽວ ກໍແມ່ນພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຈີນ, ຊົນຊາດຈີນທີ່ໄດ້ຜ່ານຜ່າການທົດສອບຢ່າງຫລວງຫລາຍ ໃນສະໄໝມໍ່ໆມານີ້ ໄດ້ບັນລຸການພັດທະນາແບບກ້າວກະໂດດ ໂດຍເລີ່ມຈາກການຢືນຂຶ້ນ, ຮັ່ງມີຂຶ້ນ ຈົນຮອດການເຂັ້ມແຂງຂຶ້ນ.

ສະເຫລີມສະຫລອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 69 ປີ

ການນຳຂອງລັດຖະບານລາວເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດ ສປ ຈີນຄົບຮັບ 69ປີ.


ໃນ 6 ເດືອນຕົ້ນປີ 2018, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນໄດ້ເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ປະລິມານລາຍຈ່າຍການບໍລິໂພກໄດ້ປະກອບ ສ່ວນ 78,5% ຕໍ່ການເພີ່ມຂຶ້ນຂອງ GDP. ໃນໜຶ່ງປີທີ່ຜ່ານມາ ໄດ້ມີປະຊາຊົນຈີນ 10 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກ.

ໜຶ່ງປີທີ່ຜ່ານມາ ແມ່ນມີຄວາມໝາຍສໍາຄັນພິເສດຕໍ່ປະເທດຈີນ ແລະ ທົ່ວໂລກ. ການເສີມສ້າງ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ. ມາຮອດປະຈຸບັນນີ້, ຈີນໄດ້ເຊັນສັນຍາຮ່ວມມືວ່າດ້ວຍ ໜຶ່ງແລວໜຶ່ງເສັ້ນທາງ ກັບ 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ລົດໄຟຈີນ-ເອີຣົບ ໄດ້ມີ 9.000 ກວ່າຖ້ຽວ, ການກໍ່ສ້າງຂອງທາງລົດໄຟ ຈີນ-ລາວ ຈີນ-ໄທ ແລະ ຮົງກາລີ-ເຊີເປຍ ກໍໄດ້ດໍາເນີນການຕາມຄາດໝາຍ.
ສຳລັບການຮ່ວມມືຕົວຈິງລະຫວ່າງຈີນ-ລາວໄດ້ບັນລຸຜົນສໍາເລັດໃໝ່. ປະຈຸບັນນີ້ ປະເທດຈີນໄດ້ກາຍເປັນປະເທດລົງທຶນຫລາຍທີ່ສຸດ ແລະ ຄູ່ການຄ້າອັນດັບທີ່ສອງຕໍ່ປະເທດລາວ. ໃນ 6 ເດືອນຕົ້ນປີ 2018, ປະລິມານການຄ້າຂາເຂົ້າ-ສົ່ງອອກລະຫວ່າງຈີນ-ລາວໄດ້ບັນລຸ 1,7 ຕື້ໂດລາ ສະຫະລັດ, ປະລິມານການລົງທຶນໂດຍກົງຈາກຈີນຕໍ່ລາວໄດ້ບັນລຸ 790 ລ້ານໂດລາສະຫະລັດ. ການກໍ່ສ້າງຂອງທາງລົດໄຟຈີນ-ລາວໄດ້ສໍາເລັດ 20% ຂອງມູນຄ່າການລົງທຶນ. ເຂື່ອນໄຟຟ້ານໍ້າຕົກທີ່ລົງທຶນຈາກວິສາຫະກິດຈີນໄດ້ສໍາເລັດການກໍ່ສ້າງ ແລະ ເລີ່ມຜະລິດພະລັງໄຟຟ້າຕາມລໍາດັບ, ສາຍສົ່ງໄຟຟ້າຫລາຍສາຍທີ່ລົງທຶນຈາກຝ່າຍຈີນໄດ້ເລີ່ມນໍາໃຊ້ແລ້ວ. ແລວເສດຖະກິດຈີນ-ລາວ ໄດ້ດໍາເນີນການກໍ່ສ້າງຢ່າງຕໍ່ເນື່ອງ. ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ປະກອບກໍາລັງແຮງໃໝ່ເຂົ້າໃນການຮ່ວມມືຈີນ-ລາວ.
ການແລກປ່ຽນທາງດ້ານວັດທະນະທໍາຈີນ-ລາວນັບມື້ນັບເຂົ້າສູ່ລວງເລິກ. ໃນປີ 2017 ນັກທ່ອງທ່ຽວຈີນທີ່ມາທ່ຽວຢູ່ລາວມີເກືອບ 7,6 ແສນຄົນ. ໃນໄຕມາດ 1 ປີນີ້, ນັກທ່ອງທ່ຽວຈີນໄດ້ເຂົ້ມາລາວຫລາຍກ່ວາ 2,2 ແສນຄົນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 32%.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.