ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ - ຈີນ

18:43 | 17/12/2018

ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ

ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ - ຈີນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທ່ານກໍາມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ.

ໃນຂອບເຂດ ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ແມ່ນ້ຳຂອງ - ແມ່ນນ້ຳລ້ານຊ້າງ ຄັ້ງທີ 4 ແລະ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເປັນປະທານຮ່ວມການປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 5 ແຕ່ວັນທີ 16 -19 ທັນວາ 2018, ໃນຕອນບ່າຍວັນທີ 16 ທັນວາ, ທີ່ນະຄອນຫຼວງພະບາງ, ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະສອງຝ່າຍກັບທ່ານກໍາມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະເໜີສອງຝ່າຍສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ຮັກສາທ່າອ່ຽງການພັດທະນາທີ່ດີງາມຂອງການພົວພັນສອງປະເທດໃຫ້ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ສອງຝ່າຍປະຕິບັດຢ່າງເຂັ້ມງວດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, “ຂໍ້ຕົກລັງກ່ຽວກັບຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາທາງທະເລ ຫວຽດນາມ - ຈີນ”, ຍຶດໝັ້ນການແກ້ໄຂບັນດາຂໍ້ຂັດແຍ່ງ, ຂໍ້ບໍ່ລົງຮອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍທາງທະເລ ປີ 1982, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ ແລະ ກັນ, ຄວບຄຸມຄວາມບໍ່ລົງຮອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບທາງທະເລ.

ທ່ານກໍາມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ ພັກ, ລັດຖະບານຈີນ ຖືເປັນສຳຄັນຍິ່ງ ເລື່ອງການບໍ່ຢຸດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດ ຢ່າງບໍ່ຢຸດຢັ້ງ; ຈີນພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ມານະພະຍາຍາມ, ກຳແໜ້ນທິດທາງໃຫຍ່ແຫ່ງການພັດທະນາການພົວພັນ ຈີນ - ຫວຽດນາມ, ເພີ່ມທະວີການແລກປ່ຽນຍຸດທະສາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເຮັດໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ນັບມື້ນັບເລິກເຊິ່ງຂຶ້ນຕື່ມ, ແກ້ໄຂຄວາມບໍ່ລົງຮອຍກັນຢ່າງສົມເຫດສົມຜົນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດ - ຈີນ ສືບຕໍ່ພັດທະນາປອດໃສ, ໝັ້ນຄົງ, ນໍາຜົນປະໂຫຍດທີ່ແທ້ຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ. ທ່ານລັດຖະມົນຕີ ຫວາງອີ ເນັ້ນໜັກວ່າ ຈີນມີແຜນນະໂຍບາຍເປີດປະຕູ ໃຫ້ສິນຄ້າຈາກບັນດາປະເທດແຊກຊຶມເຂົ້າສູ່ຕະຫຼາດຈີນ, ໂດຍໃຫ້ບູລິມະສິດບັນດາປະເທດໃກ້ຄຽງ ໃນນັ້ນມີ ຫວຽດນາມ.

ກໍ່ໃນວັນດຽວກັນ (16 ທັນວາ), ທີ່ນະຄອນຫຼວງພະບາງ ກໍ່ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 7.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.