VUFO ຈະປະສານສົມທົບຢ່າງແໜ້ນແຟ້ນກັບ ຈີນ ໃນການເຄື່ອນໄຫວທູດປະຊາຊົນ

11:18 | 08/08/2018

ຍສໝ - ນີ້ແມ່ນການຢັ້ງຢືນຂອງ ຮອງຫົວໜ້າຮັບຜິດຊອບ ທັງເປັນບັນນາທິການໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໃນການຕ້ອນຮັບ ທ່ານນາງ ຢວານຫ໋າຍຮົ່ງ ທີ່ປືກສາ ສະຖານທູດຈີນ ປະຈຳຫວຽດນາມ ໃນຕອນແລງຂອງວັນທີ 7 ສິງຫາ 2018.

VUFO ຈະປະສານສົມທົບຢ່າງແໜ້ນແຟ້ນກັບ ຈີນ ໃນການເຄື່ອນໄຫວທູດປະຊາຊົນ

ທ່ານ ໂດນຕ໋ວນຟອງ ຮອງປະທານ VUFO ຕ້ອນຮັບທີ່ປຶກສາທູດຈີນ ທ່ານນາງ ຢວານຫ໋າຍຮົ່ງ.

ທີ່ການຕ້ອນຮັບ ທັງສອງຝ່າຍໄດ້ແລກປ່ຽນ ກ່ຽວກັບທິດທາງແຜນການ ແລະ ນຳສະເໜີແບບແຜນການປະສານງານຜັນຂະຫຍາຍການເຄື່ອນໄຫວການຕ່າງປະເທດທີ່ສຳຄັນຂອງສອງປະເທດ ໃນຂອບເຂດການຢ້ຽມຢາມລະດັບສູງສອງຝ່າຍໃນໄລຍະທີ່່ຈະມາເຖິງນີ້ຄື: ການວາງສະແດງຮູບພາບກ່ຽວກັບການປັບປຸງປ່ຽນແປງໃໝ່ ເປີດປະຕູຂອງສອງປະເທດ ແລະ ສາຍພົວພັນມິດຕະພາບ ຫວຽດນາມ-ຈີນ, ເວທີປາໄສ ປະຊາຊົນຫວຽດນາມ-ຈີນ ຄັ້ງທີ 10, ການພົບປະຂອງປະຊາຊົນມິດຕະພາບ ຫວຽດ-ຈີນ (ເດືອນກັນຍາ 2018); ການເຈລະຈາສົ່ງເສີມການລົງທືນ ຈີນ-ຫວຽດນາມ (ເດືອນ ພະຈິກ 2018)

ແບ່ງປັນຄຳເຫັນກ່ຽວກັບການຈັດຕັ້ງເຄື່ອນໄຫວແລກປ່ຽນວັດທະນະທຳ, ສົ່ງເສີມການລົງທືນ ຢູ່ ຫໍວັດທະນະທຳ ມິດຕະພາບ ຫວຽດ-ຈີນ ທ່ານນາງ ຮົ່ງ ໄດ້ຢັ້ງຢືນວ່າ: ສະຖານທູດຈີນ ກຽມພ້ອມໃຫ້ການຊ່ວຍເຫຼືອ VUFO ໃນວຽກງານຊຸກຍູ້ ແລະ ເຮັດໃຫ້ສົມບູນວຽກງານທີ່ກ່ຽວຂ້ອງແນໃສ່ຜັນຂະຫຍາຍ ແລະ ພັດທະນາບົດບາດຂອງວຽກງານຈັດຕັ້ງງານການຕ່າງປະເທດ ທີ່ສຳຄັນລະຫວ່າງສອງປະເທດ ຂອງຫໍວັດທະນະທຳມິດຕະພາບ ຫວຽດ-ຈີນ; ປະກອບສ່ວນວັດຖຸພື້ນຖານຊ່ວຍຍົກສູງປະສິດທິຜົນການເຄື່ອນໄຫວ ກໍ່ຄືເປັນຮູບພາບຂອງຜົນງານແຫ່ງມິດຕະພາບ ທີ່ມີຄວາມໝາຍສຳຄັນ ໄປເຖິງປະຊາຊົນ ແລະ ນັກທ່ອທ່ຽວຈີນເມື່ອມາທ່ຽວຫວຽດນາມ.

ນອກນັ້ນ ທ່ານນາງ ຮົ່ງ ຍັງສະເໜີກ່ຽວກັບການຈັດຕັ້ງແລກປ່ຽນມິດຕະພາບ ລະຫວ່າງ ອາດີດນັກຮຽນຫວຽດນາມ ຢູ່ ປະເທດຈີ (ເດືອນສິງຫາ 2018). ທ່ານນາງຮົ່ງ ສະແດງຄວາມປາດຖະໜາວ່າ VUFO ຈະຊ່ວຍເຫຼືອໃນວຽກງານການຊອກຫາຂໍ້ມູນຂ່າວສານກ່ຽວກັບອາດີດນັກສຶກສາຫວຽດນາມ ທີ່ເຄີຍຮຳ່ຮຽນ, ຄົ້ນຄວ້າ ແລະ ອົບຮົມ ຢູ່ທີ່ປະເທດຈີນ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຈັດຕັ້ງການເຄື່ອນໄຫວແລກປ່ຽນ ຈາກນັ້ນກໍ່ຈະສະແດງຄວາມຮູ້ບຸນຄົນຕໍ່ກັບ ບຸກຄົນທີ່ມີການປະກອບສ່ວນສຳຄັນໃນການສ້າງສາຍພົວພັນຂອງສອງປະເທດ ພ້ອມກັນນັ້ນສຶກສາອົບຮົມຄົນລຸ້ນຫຼັງຮັບຮູ້ເຖິງສາຍພົວພັນມິດຕະພາບຂອງປະຊາຊົນສອງຊາດ.

ສະແດງຄວາມຂອບອົກຂອບໃຈທີ່ທາງສະຖານທູດໄດ້ຊ່ວຍເຫຼືອຍູ້ໜູນ ສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານການຈັດຕັ້ງ ຄະນະຜູ້ແທນຫວຽດນາມ ໄປຮ່ວມງານທີ່ ສປປ ຈີນຄື: ພົບປະກັບຜູ້ນຳຂອງອົງການມິດຕະພາບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 2 ແລະ ແລກປ່ຽນຊາວໝຸ່ມຜູ້ດີເລີດ ອາຊຽນ-ຈີນ ຄັ້ງທີ 6 ທ່ານຮອງປະທານ ໂດນຕ໋ວນຟອງ ຮັບຮູ້ ແລະ ຊົມເຊີຍ ບັນດາແນວຄວາມຄິດ ຂອງທາງທູດ ເພື່ອເພີ່ມທະວີການພົວພັນແລກປ່ຽນປະຊາຊົນໃຫ້ໄດ້ຫຼາຍຂື້ນ ແລະເປັນຕົວຈິງລະຫວ່າງສອງປະເທດ, ໃນນັ້ນມີການແລກປ່ຽນມິດຕະພາບ ສິດເກົ່າຫວຽດນາມຫຼາຍໆລຸ້ນທີ່ເຄີຍໄປຮຽນຢູ່ທີ່ ສປ ຈີນ.

ທ່ານ ຟອງ ສະແດງການຈັດງານລະດັບສູງ ຂອງຫຼາຍຂະແໜງການກໍ່ຄືກິດຈະກຳການຢ້ຽມຢາມ, ແນະນຳ ຫໍວັດທະນະທຳ ມິດຕະພາບ ຫວຽດ-ຈີນ ເຖິງການນຳ ແລະ ປະຊາຊົນຂອງສອງປະເທດ ຈະປະກອບສ່ວນສຳຄັນໃນວຽກງານການເພີ່ມທະວີສາຍພົວພັນການທູດປະຊາ່ຊົນ ສອງຊາດ. ທ່ານຍັງເນັ້ນໜັກ ຈຳນວນນັກຮຽນຫວຽດນາມທີ່ກຳລັງສຶກສາ-ຮຳ່ຮຽນ ຢູ່ ສປປ ຈີນ ແມ່ນມີຈຳນວນຫຼວງຫຼາຍ, ນັ້ນແມ່ນສັນຍາລັກທີ່ມີຊີວິດຂອງສາຍພົວພັນມິດຕະພາບສອງຝ່າຍ. VUFO ຈະມອບໃຫ້ ສະມາຄົມມິດຕະພາບ ຫວຽດ-ຈີນພິຈາລະນາ ປະສານສົມທົບກັບອາດີດນັກສືກສາຫວຽດນາມ ຢູ່ ສປປ ຈີນ ສະເໜີແນວຄວາມຄິດ ກ່ຽວກັບວິທີຈັດຕັ້ງການເຄື່ອນໄຫວກໍ່ຄືກິດຈະກຳແລກປ່ຽນ.

VUFO ຈະປະສານສົມທົບຢ່າງແໜ້ນແຟ້ນກັບ ຈີນ ໃນການເຄື່ອນໄຫວທູດປະຊາຊົນ

ບັນດາທ່ານຜູ້ແທນເຂົ້າຮ່ວມໃນການຕ້ອງຮັບ.

ສຸດທ້າຍ ທ່ານ ໂດນຕ໋ວນຟອງ ໄດ້ຢັ້ງຢືນວ່າ: VUFO ຈະພະຍາຍາມເຮັດຢ່າງສຸດຄວາມສາມາດກໍ່ຄື ແລກປ່ຽນປືກສາ, ປະສານສົມທົບ ຢ່າງແໜ້ນແຟ້ນກັບ ສະຖານທູດ ແລະ ບັນດາອົງການອ້ອມຂ້າງທູດ ຂອງຫວຽດນາມ ຈັດຕັ້ງບັນດາກິດຈະກຳການທູດລະດັບສູງ ລະຫວ່າງສອງປະເທດໃນອານາຄົດ, ປະກອບສ່ວນຢ່າງເລິກເຊິ່ງຕື່ມອີກສາຍພົວພັນການຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ-ຈີນ.

ໂອການນີ້ ທ່ານຮອງປະທານ ໂດນຕ໋ວນຟອງ ໂດຍຜ່ານ ທ່ານທີ່ປຶກສາ ທ່ານນາງ ຢວານຫ໋າຍຮົ່ງ ໄດ້ຝາກຄວາມຢ້ຽມຢາມຖາມຂ່າວເຖິງທ່ານອາດີດ ເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ ທ່ານນາງ ຮົ່ງຕ້ຽວຢຸ໋ງ ແລະ ສະແດງຄວາມມຸ້ງມາດປາຖະໜາ ທ່ານເອກອັກຄະລັດຖະທູດຈະກັບມາຢ້ຽມຢາມຫວຽດນາມອີກໃນອານາຄົດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.