ລັດຖະບານ ຈີນ ໃຫ້ການຊ່ວຍເຫລືອລົດ ແກ່ກະ ຊວງອຸດສະຫະກຳ ແລະ ການຄ້າ

15:44 | 17/08/2018

ໃນວັນທີ 16 ສິງຫາ 2018, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີ ມອບ-ຮັບ ການຊ່ວຍເຫລືອລ້າດ້ານພາຫະນະ ຈາກລັດຖະບານ ແຫ່ງ ສປ ຈີນ ຈຳນວນ 7 ຄັນ, ພ້ອມດ້ວຍ ອາໄຫລ່ຈໍານວນໜຶ່ງ ລວມມູນ​ຄ່າຫລາຍ​ກວ່າ 4 ຕື້​​ກີບ (3,3 ລ້ານ​ຢວນ), ໃຫ້ກະຊວງອຸດສະຫະກຳ ແລະ ການຄ້າ​.

ລັດຖະບານ ຈີນ ໃຫ້ການຊ່ວຍເຫລືອລົດ ແກ່ກະ ຊວງອຸດສະຫະກຳ ແລະ ການຄ້າ

ພິທີ ມອບ-ຮັບ ການຊ່ວຍເຫລືອລ້າດ້ານພາຫະນະ ຈາກລັດຖະບານ ແຫ່ງ ສປ ຈີນ ຈຳນວນ 7 ຄັນ.

ຕາງໜ້າ​ມອບ​ພາຫະນະ​ ໃນຄັ້ງ​ນີ້​ໂດຍ ​ທ່ານ ຫວັງ ສີຮຸ້ຍ ທູດເສດ ຖະກິດການຄ້າ ສປ ຈີນ ປະຈໍາ ສປປ ລາວ, ຕາງໜ້າ​ຮັບໂດຍ ​ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ​ ມີ​ບັນດາຫົວໜ້າຫ້ອງການກະຊວງ ອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງທັງ​ສອງ​ຝ່າຍ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ນາງ ບານສະຕີ ເທບພະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ການຊ່ວຍເຫລືຶອຂອງລັດຖະບານ ສປ ຈີນ ໃນຄັ້ງນີ້, ຖືວ່າເປັນຊ່ວຍ ເຫລືອທີ່ມີປະໂຫຍດ ແລະ ມີຄຸນຄ່າສູງພໍສົມຄວນ. ພວກເຮົາສັນຍາວ່າ ຈະນຳໃຊ້ພາຫະນະເຫລົ່ານີ້ໃຫ້ເກີດປະໂຫຍດສູງສຸດ, ໂດຍສະເພາະ ແມ່ນການຮັບໃຊ້ວຽກງານລວມ ແລະ ວຽກງານຂອງທ້ອງ ຖິ່ນຕ່າງໆ ເພື່ອສົ່ງເສີມພັດທະນາ ຂະແໜງການຄ້າຂອງພວກເຮົາໃຫ້ເຂັ້ມແຂງ ແລະ ປະກອບສ່ວນ ເຮັດໃຫ້ມູນຄ່າການຄ້າຂອງສອງຝ່າຍ ລາວ-ຈີນ ໃຫ້ເພີ່ມທະວີຄວາມເຂັ້ມແຂງຂຶ້ນເລື້ອຍໆ ແລະ ຕາງໜ້າຄະນະນໍາກະຊວງ ຂໍສະແດງຄວາມຂອບໃຈຢ່າງສູງ ໂດຍຜ່ານທ່ານທູດເສດຖະກິດການຄ້າ ໄປເຖິງລັດຖະບານ ສປ ຈີນ ແລະ ກະຊວງການຄ້າ ຂອງ ສປ ຈີນ ທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້.

ລັດຖະບານ ຈີນ ໃຫ້ການຊ່ວຍເຫລືອລົດ ແກ່ກະ ຊວງອຸດສະຫະກຳ ແລະ ການຄ້າ


ລັດຖະບານ ຈີນ ໃຫ້ການຊ່ວຍເຫລືອລົດ ແກ່ກະ ຊວງອຸດສະຫະກຳ ແລະ ການຄ້າ

ສປ ຈີນມອບ ພາຫະນະ ໃຫ້ ກະຊວງ ອຸສາຫະກຳ ແລະ ການຄ້າ ລາວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.