ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

14:29 | 28/09/2018

ຍສໝ - ໃນວັນທີ 28 ກັນຍາ 2018 ນີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວ ຈັດກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference) ເພື່ອເປັນການຮັດແໜ້ນສາຍສຳພັນ ແລະ ສົ່ງເສີມການຮ່ວມມືລະຫວ່າງ ລາວ-ຈີນ, ທັງເປັນການສ້າງເຄືອຂ່າຍໃຫ້ແກ່ບັນດານັກທຸລະກິດ, ສົ່ງເສີມໃຫ້ມີການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄາດວ່າຈະເຮັດໃຫ້ບັນດານັກທຸລະກິດສາມາດສ້າງເຄືອຂ່າຍ ແລະ ມີການຮ່ວມມືກັນ ເຊິ່ງບໍ່ພຽງແຕ່ການຮ່ວມມືລະຫວ່າງ ລາວ-ຈີນ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການຮ່ວມມືລະຫວ່າງ ລາວ ແລະ ບັນດາປະເທດຕ່າງໆອີກດ້ວຍ.

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ກອງປະຊຸມປົວອາວ ສໍາລັບອາຊີ ຢູ່ນະ ຄອນຫລວງວຽງຈັນ (Boao Furum for Asia Vientiane Conference).

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ລາວເປັນຄັ້ງທຳອິດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໂດຍມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫລີ ປາວຕົ່ງ ເລຂາທິການກອງປະຊຸມປົວອາວສໍາລັບອາຊີ, ທ່ານ ຫວັງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ທ່ານ ສຸລະກຽດ ສະຖຽນໄທ ປະທານຄະນະມົນຕີເພື່ອສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ, ລວມທັງພະນັກງານຈາກພາກລັດ ແລະ ນັກທຸລະກິດ ລາວ-ຈີນ ເຂົ້າຮ່ວມ.
ໃນຂະນະທີ່ ສປປ ລາວ ຍັງຂາດທຶນຮອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ແມ່ນຈະສາມາດນຳໃຊ້ເວທີດັ່ງກ່າວເພື່ອເຈລະຈາ ແລະ ປຶກສາຫາລືຊອກຫາຊ່ອງທາງໃຫ້ມີການຮ່ວມມືກັນຢ່າງແທ້ຈິງ ແລະ ມີປະສິດທິຜົນ, ພ້ອມກັນນີ້ ກອງປະຊຸມຍັງເປັນໂອກາດອັນດີໃນການດຶງດູດການລົງທຶນຈາກນັກ ທຸລະກິດຈີນ ເພື່ອເຂົ້າມາດຳເນີນການລົງທຶນ ແລະ ຊ່ວຍຊຸກຍູ້ການພັດທະນາຂອງ ລາວ ໂດຍສະ ເພາະແມ່ນການດຳເນີນການຮ່ວມມືກັບ ບໍລິສັດພາຍໃນຂອງລາວ ໃນຮູບແບບຕ່າງໆ ເພື່ອພ້ອມກັນພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ສປປ ລາວ ແລະ ສປ ຈີນ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.


ທ່ານ ສົມດີ ດວງດີ ກ່າວວ່າ: ປັດຈຸບັນ ລັດຖະບານລາວ ໄດ້ປັບປຸງສະພາບແວດລ້ອມ ເພື່ອເອື້ອອໍານວຍໃຫ້ການດໍາເນີນທຸລະກິດເຊັ່ນ: ການປັບປຸງກົດໝາຍສົ່ງເສີມການລົງທຶນໃນ ເພື່ອສ້າງສະ ພາບແວດລ້ອມການລົງທຶນ ໃຫ້ຜູ້ລົງທຶນສາມາດດໍາເນີນທຸລະກິດໄດ້ຢ່າງສະດວກວ່ອງໄວ, ໂປ່ງໃສ, ຍຸຕິທໍາ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມທັງສຸມໃສ່ການພັດທະນາໂຄງລ່າງພື້ນຖານປ່ຽນຈາກປະ ເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່ກັບປະເທດຕ່າງໆ ໃນພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ, ເຊິ່ງຈະສຳເລັດໃນປີ 2021 ໂດຍໂຄງການດັ່ງກ່າວຈະສົ່ງຜົນປະໂຫຍດຮ່ວມກັນໃນອະນາຄົດ ເປັນຕົ້ນ ແມ່ນການຂົນສົ່ງສິນຄ້າ, ການຄົມມະນາຄົມຂົນສົ່ງພາກພື້ນດິນ ທີ່ວ່ອງໄວ, ປະຢັດເວລາ ສາມາຫລຸດຜ່ອນຄ່າໃຊ້ຈ່າຍການຂົນສົ່ງ, ບັນທຸກສິນຄ້າໄດ້ຫລາຍ ແລະ ຄຸ້ມຄ່າ, ພ້ອມທັງເປັນການສົ່ງເສີມການພົວພັນ ແລະ ການຮ່ວມມືດ້ານເສດຖະກິດ ລະຫວ່າງ ສປປ ລາວ-ສປ ຈີນ ກໍຄື ອາຊຽນ-ສປ ຈີນ. ພ້ອມນີ້ ທ່ານຍັງຫວັງຢ່າງຍິ່ງວ່າ ນັກທຸລະກິດຈາກ ສປ ຈີນ ຈະເຂົ້າມາລົງທຶນ ແລະ ຊ່ວຍຊຸກຍູ້ການພັດທະນາຂອງ ສປປ ລາວ, ໂດຍສະເພາະແມ່ນດຳເນີນ ການຮ່ວມມືກັບ ບໍລິສັດ ພາຍໃນຂອງ ສປປ ລາວ ໃນຮູບ ແບບຕ່າງໆ ຕາມການຕົກລົງກັນ ເພື່ອພ້ອມກັນພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.