U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018

22:13 | 16/08/2018

ຍສໝ - ເວລາ 16ໂມງ ຂອງວັນທີ 16 ສິງຫາ 2018 ຢູ່ປະເທດຈີນ ການແຂ່ງຂັນເຕະບານ ຊູງຊີງລີງຄັບ ຮອບຊີງຊະນະເລີດ ລະຫວ່າງ ທີມສະໂມສອນຈາກລາວ​ອາຄາເດມີ ລ໋ອບ ສະເຕດ້ຽມ ຢູ12 (KIETTISACK INTERNATIONAL BY LOB STADIUM)ຕົວແທນຈາກປະເທດລາວ ພົບກັບ ສະໂມສອນ​ ບູຣິຣຳ ຢູໄນເຕັດ​ ຢູ12 ຕົວແທນສະໂມສອນຈາກໄທ.

U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018

ທີມສະໂມສອນຈາກລາວ​ອາຄາເດມີ ລ໋ອບ ສະເຕດ້ຽມ ຢູ12 ໄດ້ແຊ້ມ ຊູງຊິງລິງຄັບ 2018 ສປ ຈີນ.

ການແຂ່ງຂັນບານ​ເຕະຊູງຊີງລີງຄັບ 2018 ທີ່ ສປ ຈີນເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 11-18 ສິງຫານີ້ ໂດຍໃນຮອບຊີງຊະນະເລີດ ທີມຊາດລາວ (KIETTISACK INTERNATIONAL BY LOB STADIUM) ຮຸ້ນອາຍຸບໍ່ເກີນ 12 ປີ ຫລື U 12 ພົບກັບ ທີມຊາດໄທ ແລະ ສາມາດຍາດໄດ້ແຊ້ມມາຄອງ ຫລັງເອົາຊະນະ ທີມຊາດ​ໄທ ໄດ້ 2-1.

U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018

ທີມສະໂມສອນຈາກລາວ​ອາຄາເດມີ ລ໋ອບ ສະເຕດ້ຽມ ຢູ12 ໄດ້ແຊ້ມ ຊູງຊິງລິງຄັບ 2018 ສປ ຈີນ.

ການແຂ່ງຂັນຄັ້ງນີ້ມີ 8 ປະເທດເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມເອ ປະກອບມີ ຈີນ, ອິນໂດເນເຊຍ, ກໍາປູເຈຍ, ຟີລິບປິນ; ສ່ວນກຸ່ມບີ ປະກອບມີ ລາວ, ມຽນມາ, ໄທ, ຫວຽດນາມ. ຂະນະທີ່ ທີມຊາດລາວ ລົງສະໜາມ 4 ນັດ ສາມາດເອົາຊະນະ 3 ນັດ, ສະເໝີ 1 ນັດຄື: ເອົາຊະນະ ທີມຊາດໄທ 1-0, ຊະນະ ຫວຽດນາມ 20-0 ແລະ ສະເໝີ ມຽນມາ ລວມທັງໝົດມີ 10 ຄະແນນ ເປັນອັນດັບທີ 1 ຂອງກຸ່ມບີ ຜ່ານເຂົ້າຮອບ 4 ທີມ ແລະ ໄດ້ລົງສະໜາມໃນນັດຮອບ 4 ທີມ ສາມາດເອົາຊະນະ ທີມຊາດຈີນ 3-1 ຫລັງຈາກນັ້ນຜ່ານເຂົ້າຮອບຊີງຊະນະເລີດພົບກັບ ທີມຊາດໄທ ແລະ ສາມາດເອົາຊະນະໄດ້ 2-1 ຄອງແຊ້ມລາຍການດັ່ງກ່່າວ ໄດ້ຮັບຂັນແຊ້ມພ້ອມດ້ວຍຫລຽນຄໍາ, ສ່ວນອັນດັບທີ 2 ທີມຊາດໄທ ໄດ້ຮັບຫລຽນເງິນ, ອັນດັບທີ 3 ທີມຊາດຈີນ, ອັນດັບທີ 4 ທີມຊາດຟີລິປິນ.

U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018


U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018


U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018


U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018


U 12 ລາວ ຄ້າວແຊ້ມບານເຕະ ຊູງຊີງລີງຄັບ 2018


(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.