ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ-ຈີນ ທີ່ນະຄອນຊຽງໄຮ້

09:05 | 07/11/2018

ໃນຕອນເຊົ້າ ວັນທີ 5 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ເປີດງານວາງສະແດງສີນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1 ( China International Import - Expo) ທີ່ ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ການເປັນປະທານຂອງ ທ່ານ ສີ ຈີ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ ຮ່ວມກັບ 12 ປະເທດ ທີ່ຖືກເຊີນມາຮ່ວມງານດັ່ງກ່າວ, ໃນຖານະປະເທດປະທານຮ່ວມ.

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ-ຈີນ ທີ່ນະຄອນຊຽງໄຮ້

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ການນຳຂອງຈີນ - ຫວຽດນາມ ໃນງານວາງສະແດງສິນຄ້າສາກົນ-ຈີນ.

ເຂົ້າຮ່ວມງານວາງສະແດງຄັ້ງນີ້, ມີຄະນະຜູ້ແທນທາງພາກລັດ ແລະ ເອກະຊົນເຂົ້າຮ່ວມຈາກ 130 ກ່ວາປະເທດ. ໃນນີ້, ມີລະດັບປະມຸກລັດ ແລະ ລັດຖະບານ 18 ປະເທດລວມທັງ ສປປ ລາວ.

ງານວາງສະແດງສີນຄ້າ ນຳເຂົ້າສາກົນຈີນຄັ້ງນີ້, ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ພາຍໃຕ້ຫົວຂໍ້ ຍຸກສະໄໝໃໝ່, ຊົມໃຊ້ອານາຄົດຮ່ວມກັນ, ໂດຍມີຈຸດປະສົ່ງ ແລະ ເປົ້າໝາຍສໍາຄັນແມ່ນ ເປັນການວາງ ສະແດງສິນຄ້າ ລະດັບສາກົນ ຈາກບັນດາປະເທດທີ່ເປັນຄູ່ຄ້າກັບ ສປ ຈີນ, ໂດຍສະເພາະ ປະເທດກໍາລັງພັດທະນາ ຊຶ່ງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ສປ ຈີນ ໃນການສືບຕໍ່ເປີດປະຕູ ສູ່ໂລກພາຍນອກ ທັງເປັນການເອື້ອອຳນວຍໂອກາດອັນດີ ໃຫ້ຫລາຍປະເທດຈາກທົ່ວມູມໂລກ ໃນພາກພື້ນ ແລະ ຂົງເຂດ ໄດ້ມາເຜີຍແຜ່ໂຄສະນາສິນຄ້າ, ພົບປະແລກ ປ່ຽນຮ່ວມມືດ້ານການຄ້າ ແລະ ການລົງທືນແນ່ໃສ ຮັກສາລະບຽບການຄ້າສາກົນ ໃນການເປີດກ້ວາງການຮ່ວມມື ແລະ ເຊື່ອມໂຍງເສດຖະກິດຂອງຕົນກັບສາກົນ ແລະ ສົ່ງເສີມກົນໄກ ການຄ້າຫລາຍຝ່າຍ ເພື່ອແນ່ໃສ່ສ້າງເສດຖະກິດໂລກ ໃຫ້ສືບຕໍ່ພັດທະນາ ໄປຕາມທິດທາງທີ່ເປີດກ້ວາງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຽດ ຫລາຍຂື້ນກວ່າເກົ່າ.

ນອກຈາກງານວາງສະແດງສີນຄ້ານີ້ແລ້ວ ຍັງມີກອງປະຊຸມສຳມະນາ ໃນຫົວຂໍ້ຍ່ອຍປີ່ນອ້ອມ, ຊຶ່ງເປັນກອງປະຊຸມປຶກສາຫາລື ແລະ ແລກປ່ຽນນະໂຍບາຍ ດ້ານການຄ້າ-ການລົງທຶນ ຂອງບັນດາປະເທດທີ່ມາຮ່ວມງານ ໂດຍແບ່ງອອກເປັນ 3 ກອງປະຊຸມ ຄື: 1. ກອງປະຊຸມກ່ຽວກັບການຄ້າ ແລະ ການເປີດປະຕູ (Trade and Opening); 2. ກອງປະຊູມກ່ຽວກັບການຄ້າ ແລະ ນະວັດຕະກໍາໃໝ່ (Trade and Innovation); 3. ກອງປະຊູມກ່ຽວກັບການຄ້າ ແລະ ການລົງທືນ (Trade and Investment).

ໃນໂອກາດ ການເປີດງານວາງສະແດງ ສີນຄ້າສາກົນຈີນໃນຄັ້ງທຳອິດນີ້, ສປປ ລາວ ກໍ່ໄດ້ສ້າງຫ້ອງວາງ ສະແດງແຫ່ງຊາດ National Pavilion ທີ່ມີເອກກະລັກຂອງລາວ, ໂດຍເອົາຮູບແບບ ຂອງວັດຊຽງທອງ ທີ່ເປັນວັດຄູ່ບ້ານຄູ່ເມືອງ ຂອງນະຄອນຫລວງພະບາງ ແລະ ເປັນທີ່ຮູ້ຈັກກັນດີໃນຖານະເປັນເມືອງມໍລະດົກໂລກ ທີ່ຕິດພັນກັບແຫລ່ງທ່ອງທ່ຽວ ອັນດັບຕົ້ນຂອງສາກົນ. ໃນຫ້ອງວາງສະ ແດງນີ້, ໄດ້ມີການວາງສະແດງ ເຜີຍແຜຂໍ້ມູນຂາວສານ ກ່ຽວກັບນະໂຍບາຍສົ່ງເສີມການຄ້າ ແລະ ການລົງທືນພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ກະຊວງກ່ຽວຂ້ອງ ຍັງໄດ້ລະດົມຫົວໜ່ວຍທຸລະກິດ ລະດັບແຖວໜ້າຂອງປະເທດ 10 ບໍລິສັດເຂົ້າຮ່ວມວາງ ສະແດງສີນຄ້າຂອງຕົນ, ຊຶ່ງສິນຄ້າທີ່ບັນດາບໍລິສັດດັ່ງກ່າວ ໄດ້ນໍາມາວາງສະແດງ ລ້ວນແຕ່ເປັນ ສິນຄ້າທີ່ມີຄຸນນະພາບ ແລະ ໄດ້ມາດຕະ ຖານສາກົນ ເປັນຕົ້ນ ເຄື່ອງດື່ມ, ເຄື່ອງຫັດຖະກຳ, ຜະລິດຕະພັນກະສິກຳປຸງແຕ່ງ, ກະສິກໍາສະອາດ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ