ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ສປ ຈີນ

09:09 | 02/04/2019

ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສອງພັກ ລາວ-ຈີນ ປະຈໍາປີ 2019, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 31 ມີນາ - 4 ເມສາ 2019.

ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ ແລະ ເຮັດວຽກຢູ່ສປ ຈີນ

ສະຫາຍ ນາງ ສູນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ຮວງ ຄຸນມິງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ.

ໃນຕອນເຊົ້າຂອງວັນທີ 1 ເມສາ 2019 ທີ່ນະຄອນຫລວງປັກກິ່ງ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຮວງ ຄຸນມິງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ. ໃນການພົບປະດັ່ງກ່າວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຮວງຄຸນມິງ ທີ່ໄດ້ກຽດຕ້ອນຮັບຄະນະ ໃນໂອ ກາດມາຢ້ຽມຢາມຄັ້ງນີ້, ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຈາກການນໍາຂັ້ນສູງຂອງພັກ-ລັດລາວ ມາຍັງການນໍາຂັ້ນສູງຂອງ ພັກ-ລັດ ຈີນ; ໄດ້ຕີລາຄາການພົວພັນຮ່ວມມືສອງຝ່າຍ ຕາມທິດ 4 ດີ, ໂດຍສະເພາະການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ, ດ້ານການກໍ່ສ້າງພັກ-ພະນັກງານ ແລະ ດ້ານເສດຖະກິດ-ການຄ້າ, ການລົງທຶນ ລະຫວ່າງ ສອງປະເທດ. ໄດ້ສະແດງຄວາມຊົມເຊີຍຕໍ່ບັນ ດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານທີ່ປະຊາຊົນຈີນ ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ, ໂດຍສະເພາະແມ່ນ ການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ພາຍໃຕ້ການນໍາພາອັນໜັກແໜ້ນຂອງສູນກາງພັກກອມມູນິດຈີນ ທີ່ຖືສະຫາຍເລຂາທິການໃຫ່ຍ, ປະທານປະເທດ ສີຈິ້ນຜິງ ເປັນແກນກາງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດຂອງ ສປ ຈີນ ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບສູງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.