ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

18:27 | 05/11/2018

ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ.

ໃນໂອກາດນີ້, ໃນວັນທີ 4 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ຕໍ່ການເຊື້ອເຊີນຄະ ນະຜູແທນ ສປປ ລາວ ມາຮ່ວມງານວາງສະແດງ ສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ນີ້. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ, ເຖິງທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ຝາກສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບ ຢ່າງອົບອຸ່ນມາຍັງທ່ານ ສີ ຈິ້ນຜິງ ໃນໂອກາດທີ່ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ໃນເດືອນພຶດສະພາ 2018 ທີ່ຜ່ານມາ. ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ການຈັດຕັ້ງປະຕິບັດ ຂອບການຮ່ວມມືຂອງສອງຝ່າຍ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍ ຜົນຂອງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ສີ ຈິ້ນຜິງ ໃນຕົ້ນເດືອນພະຈິກ 2017 ທີ່ຜ່ານມານັ້ນ, ເຊິ່ງໄດ້ກາຍເປັນເຫດການທີ່ສໍາຄັນຍິ່ງ ຕໍ່ການເສີມຂະຫຍາຍ ສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະຫວ່າງສອງປະເທດ ຕາມທິດ 4 ດີ, ແລະ ການເປັນຄູ່ຮ່ວມຊາຕາກໍາ ສັງຄົມນິຍົມຂອງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຈີນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສປ ຈີນ

ການພົບປະກັນ ລະຫວ່າງ ຄະນະ ການນຳອັນດັບສູງ ແຫ່ງ ສປປ ລາວ ແລະ ຄະນະ ການນຳຂອງລັດຖະບານ ແຫ່ງ ສປ ຈີນ.

ພ້ອມດຽວນີ້, ສປປ ລາວ ກໍໄດ້ແຈ້ງຄວາມຄືບໜ້າ ໃນການປະຕິບັດບັນດາ ໂຄງການຊ່ວຍ ເຫລືອຕ່າງໆ ຂອງລັດຖະບານ ສປ ຈີນ ຢູ່ ສປປ ລາວ ເຊິ່ງເຫັນວ່າມີຄວາມຄືບໜ້າດີ ເປັນຕົ້ນ ແມ່ນໂຄງການກໍ່ສ້າງເສັ້ນທາງ ລົດໄຟຄວາມໄວສູງ ລາວ-ຈີນ ທີ່ດຳເນີນການກໍ່ສ້າງມາໄດ້ກ່ວາ 41%, ໂຄງ ການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ ເພື່ອສະໜອງບຸກຄະລາກອນ ຮັບໃຊ້ທາງລົດໄຟຢູ່ ສປປ ລາວ, ໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ແລະ ໂຄງການອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ກໍານົດເອົາປີ 2019 ເປັນປີທ່ອງທ່ຽວ ລາວ-ຈີນ.

ສປປ ລາວ ຢືນຢັນສືບຕໍ່ສະແດງ ການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ເຊິ່ງມີນະໂຍບາຍເສີມຂະຫຍາຍ ແລະ ຮັດແໜ້ນການເຊື່ອມ ຈອດໃນພາກພື້ນກໍ່ຄືສາກົນ. ສອງຝ່າຍຕົກລົງສືບຕໍ່ເອົາໃຈໃສ່ ປະສານສົມທົບກັນໃຫ້ລະອຽດເລິກເຊິ່ງ ແລະ ທັນການຂຶ້ນກ່ວາເກົ່າ ເພື່ອຮັບປະກັນການ ຈັດຕັ້ງປະຕິບັດໂຄງການຮ່ວມມື ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ສປ ຈີນ ໃນຂອບແມ່ນ້ ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ໄດ້ຮັບຜົນດີ, ຊຶ່ງ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊູມລະດັບລັດຖະມົນຕີ ໃນເດືອນທັນວາ 2018 ທີ່ນະຄອນຫລວງພະບາງ.

ໃນໂອກາດນີ້, ຝ່າຍລາວ ກໍໄດ້ຂໍສະເໜີໃຫ້ ສປ ຈີນ ສືບຕໍ່ຊຸກຍູ້ນັກລົງທຶນຈີນ ໄປລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໂດຍສະເພາະໃນຂະແໜງຕ່າງໆ ໃຫ້ຂະແໜງການທີ່ທັງສອງ ຝ່າຍມີທ່າແຮງ ເປັນຕົ້ນ: ກໍ່ສ້າງພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ, ພະລັງງານ, ການທ່ອງທ່ຽວ, ອຸດສະຫະກໍາປຸງແຕ່ງ, ກະສິກໍາສະອາດ ແລະ ອື່ນໆ.

ນອກນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ໄປຢ້ຽມຢາມຫົວຫນ່ວຍ ການຜະລິດເສດຖະກິດສຳຄັນ ຂອງນະຄອນຊຽງໄຮ້ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງນັກລົງທຶນຈາກ ສປ ຈີນ ທີ່ໄປລົງທຶນຢູ່ ສປປ ລາວ ຈໍານວໜຶ່ງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.