ລາວ-ຈີນ ເພີ່ມທະວີການຮ່ວມມືສອງຝ່າຍ

14:09 | 16/12/2018

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະຊາຊົນຈີນ ພ້ອມ​ດ້ວຍຄະ​ນະ ໄດ້ເດີນທາງ​ມາ​ຢ້ຽມ​ຢາມ​ ສ​ປ​ປ ລາວ ຢ່າງ​ເປັນທາງ​ການ ໃນວັນທີ 16 ທັນວາ 2018. ພ້ອມດຽວກັນນີ້, ສະຫາຍ ຫວັງ ອີ້ ຈະໄດ້ສືບຕໍ່ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ຊຶ່ງຈະຈັດຂຶ້ນໃນວັນທີ 17 ທັນວາ 2018, ທີ່ ແຂວງຫຼວງພະບາງ.

ລາວ-ຈີນ ເພີ່ມທະວີການຮ່ວມມືສອງຝ່າຍ

ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຮ່ວມເປັນສັກຂີພະຍານໃນການເຊັນສັນຍາ.

ໃນຕອນເຊົ້າຂອງວັນທີ 16 ທັນວາ 2018, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ທັງທາງກ້ວາງ ແລະ ທາງເລິກ, ການເປັນຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນ ທີ່ມີຄວາມໝາຍຍຸດທະສາດ ທີ່ບໍ່ສາມາດທັບມ້າງໄດ້, ການພົວພັນຮ່ວມມື ລາວ-ຈີນ ແມ່ນຢູ່ໃນລະດັບດີທີ່ສຸດ ແລະ ສູງທີ່ສຸດ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງປົກກະຕິ. ພ້ອມນີ້, ສອງຝ່າຍ ກຳລັງຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງສະຫາຍການນຳຢ່າງຕັ້ງໜ້າ, ຊຶ່ງເຫັນວ່າມີຫຼາຍອັນມີຄວາມຄືບໜ້າ ເປັນຕົ້ນແມ່ນ ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ແມ່ນສຳເລັດແລ້ວ 46%, ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ ເພື່ອສະໜອງບຸກຄະລາກອນຮັບໃຊ້ທາງລົດໄຟ ກໍ່ໄດ້ມີການສຳຫຼວດ ແລະ ໄດ້ລົງນາມເອກະສານນຳກັນແລ້ວ ແລະ ກຳລັງເລັ່ງຈັດຕັ້ງຜັນຂະຫຍາຍທຶນຊ່ວຍເຫຼືອ ມູນຄ່າ 4 ຕື້ຢວນ ແລະ ຈັດລຽງໂຄງການບູລິມະສິດ ໃນ 8 ໂຄງການໃຫຍ່. ພ້ອມນີ້, ສອງຝ່າຍ ເຫັນດີໃຫ້ສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງຕົນ ໃນການສ້າງແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ, ແລວທາງເສດຖະກິດ ລາວ-ຈີນ ເພື່ອໃຫ້ໄດ້ເຊັນກັນໃນໄລຍະເວລາທີ່ ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ຈະເດີນທາງໄປຢ້ຽມຢາມ ສປ ຈີນ ໃນເດືອນເມສາ 2019. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະປະສານງານດ້ານຄວາມປອດໄພ ການກໍ່ສ້າງຫນື່ງແລວ ຫນື່ງເສັ້ນທາງ ຂອງສອງຝ່າຍ ລາວ-ຈີນ ໄດ້ສຳເລັດການຈັດກອງປະຊຸມ ຄັ້ງທີ 2 ຢູ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື ກ່ຽວກັບ ຄວາມປອດໄພໃຫ້ແກ່ນັກລົງທຶນຂອງ ສປ ຈີນ ທີ່ມາລົງທຶນຢູ່ ສປປ ລາວ ໂດຍສະເພາະແມ່ນໂຄງການກໍ່ສ້າງທາງລົດໄຟ. ນອກຈາກນີ້;ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມື, ການປະສານສົມທົບ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງສອງກະຊວງການຕ່າງປະເທດ ລາວ-ຈີນ ອັນໄດ້ເຮັດໃຫ້ຖານະບົດບາດຂອງສອງກະຊວງ ກໍ່ຄືສອງປະເທດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ການຈັດຕັ້ງຜັນຂະຫຍາຍສັນຍາ ວ່າດ້ວຍ ການເພີ່ມທະວີການຮ່ວມມື ໃນສະພາບການໃໝ່ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ ທີ່ໄດ້ລົງນາມໃນ ປີ 2017 ຜ່ານມາ ເຫັນວ່າມີຫລາຍອັນໄດ້ຈັດຕັ້ງປະຕິບັດໄປແລ້ວ ແລະ ໄດ້ຮັບໝາກຜົນເປັນຢ່າງດີ, ຊຶ່ງໃນໄລຍະ 1 ປີ ຜ່ານມາ ຄະນະຜູ້ແທນຂອງສອງກະຊວງການຕ່າງປະເທດ ລາວ-ຈີນ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະມົນຕີ ແລະ ບັນດາກົມນຳກັນ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ. ນອກນັ້ນ,ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ສະພາບການພາກພື້ນແລະສາກົນທີ່ສອງຝ່າຍມີຄວາມສົນໃຈ,ພ້ອມທັງຢືນຢັນຈະສືບຕໍ່ຮ່ວມມືກັນໃນຂອບການຮ່ວມມືພາກພື້ນແລະອານຸພາກພື້ນຕ່າງໆ,ໂດຍສະເພາະການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະການຮ່ວມມືອາຊຽນ-ຈີນ.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້, ຊຶ່ງມີຂື້ນພາຍຫຼັງ ສະຫາຍ ຫວັງ ອີ້ ໄດ້ຮັບແຕ່ງຕັ້ງເປັນທີ່ປຶກສາແຫ່ງລັດ; ຕີລາຄາສູງການພົບປະ ລະຫວ່າງ ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ພະນະທ່ານ ປະທານປະເທດ ສີ ຈິ້ນຜິງ, ທີ່ ນະຄອນຊຽງໄຮ້ ໃນເດືອນ ພະຈິກ ທີ່ຜ່ານມາ ແລະ ກ່ອນການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ແລະ ຈະສືບຕໍ່ຢ້ຽມຢາມ ໃນປີ 2019. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ ສປປ ລາວ ຕະຫຼອດມາ ໃນບັນດາໂຄງການຕ່າງໆຂອງການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ການຮ່ວມມືອາຊຽນ-ຈີນ, ການໃຫ້ຄວາມສຳຄັນຕໍ່ສາຍພົວພັນຮ່ວມມືສອງປະເທດ ໂດຍໄດ້ສົ່ງຜູ້ທີ່ມີຄວາມເຂົ້າໃຈວຽກການພົວພັນສອງຝ່າຍ ລາວ-ຈີນ ແລະ ພາກພື້ນນີ້ເປັນຢ່າງດີ ມາເປັນທູດ ປະຈຳຢູ່ ສປປ ລາວ. ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ສອງຝ່າຍ ສືບຕໍ່ປະສານງານກັນຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມເວທີປືກສາຫາລືລະດັບສູງສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ແລະ ການຢ້ຽມຢາມເປັນການພາຍໃນ ໃນເດືອນເມສາ2019; ສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອເອົາທັດສະນະຮ່ວມກັນ ຕໍ່ບັນຫາທີ່ພົ້ນເດັ່ນໃນພາກພື້ນ ກໍ່ຄືສາກົນ, ຊ່ວຍສ້າງພະນັກງານຄົ້ນຄວ້າ ແລະ ວິໄຈບັນຫາຕ່າງໆທີ່ພົ້ນເດັ່ນ, ພິຈາລະນາຊ່ວຍເຫຼືອການປັບປຸງລະບົບໄອທີພາຍໃນກະຊວງ, ພິຈາລະນາຍົກລະດັບດ່ານເມືອງຄັງ ຂຶ້ນເປັນດ່ານສາກົນ, ສືບຕໍ່ແລກປ່ຽນບົດຮຽນ ລະຫວ່າງ ບັນດາກົມທີ່ກ່ຽວຂ້ອງຂອງທັງສອງກະຊວງ ໂດຍສະເພາະວຽກງານກວດກາ, ການເງິນ, ຊາຍແດນ ແລະ ອື່ນໆ. ໃນຕອນທ້າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈົ່ງສືບຕໍ່ຈະເລີນງອກງາມຍິ່ງໆຂື້ນ ແລະ ອວຍພອນໃຫ້ ສະຫາຍ ຫວັງ ອີ້ ແລະ ຄະນະຜູ້ແທນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ.

ໃນໂອກາດດຽວກັນນີ້, ສະຫາຍ ລັດຖະມົນຕີ ຫວັງ ອີ້ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ຈີນ ແລະ ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ແລະ ມີປະສິດທິຜົນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ຈີນ ແລະ ລາວ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ຫວັງ ອີ້ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານ 2 ສະບັບ ຄື: 1.) ສັນຍາ ວ່າດ້ວຍ ການສ້າງນາຍແປພາສາ ລາວ-ຈີນ ແລະ 2.) ສານແລກປ່ຽນ ວ່າດ້ວຍ ການກໍ່ສ້າງໂຮງຮຽນມັດທະຍົມສົມບູນນາຊາຍທອງ.

(ແຫຼ່ງ​ຂໍ້​ມູນ​: mofa.gov.la)

ເຫດການ
302 Found

Found

The document has moved here.