ຍສໝ - ແຂວງດ້ຽນບຽນແມ່ນມີຊາຍແດນຕິດກັບ ສປປ ລາວ ປະມານ 414,712 ກິໂລແມັດ ເຊິ່ງມີຊາຍແດນຕິດກັບແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ. ແຂວງດ້ຽນບຽນ ໄດ້ກໍານົດວ່າ "ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈສາກົນ, ຍືນຍົງຕາມແນວຄິດໂຮ່ຈິ໋ມິງ" ເຊິ່ງແມ່ນໜຶ່ງໃນໜ້າທີ່ສໍາຄັນໃນໄລຍະເຊື່ອມໂຍງ ແລະ ການພັດທະນາ.
ຍສໝ - ຫວ່າງແລ້ວນີ້, ຢູ່ເມືອງດັກຈຶງ, ແຂວງເຊກອງ, ຄະນະປະຕິບັດງານແຂວງກວາງນາມ ແລະ ຄະນະປະຕິບັດງານແຂວງເຊກອງ ໄດ້ດໍາເນີນພິທີມອບ-ຮັບເຮືອນຢູ່ໃຫ້ແກ່ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ.
ໃນວັນທີ 21 ມີນາ 2019 ນີ້ ຢູ່ກະຊວງປ້ອງກັນປະເທດໄດ້ ຈັດກອງປະຊຸມການຮ່ວມມືສອງ ຝ່າຍລະຫວ່າງຄະນະຊີ້ນໍາພັດທະ ນາບໍລິເວນຊາຍແດນ ກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ກັບຄະນະຊີ້ນໍາຝ່າຍກະ ຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ກ່ຽວກັບການ ປະຕິບັດການຮ່ວມມືກໍ່ສ້າງກຸ່ມ ບ້ານພັດທະນາຕາມ ບໍລິເວນຊາຍ ແດນ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ປີ 2019.
ຍສໝ - ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 ຈະດຳເນີນໄປແຕ່ວັນທີ 17 ພຶດສາພາ 2019.
ຍສໝ - ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນຈີເລ້, ກອງບັນຊາການທະຫານຊາຍແດນແຂວງເງ້ອານ ສສ ຫວຽດນາມໄດ້ໜູນຊ່ວຍທໍ່ນ້ຳຍາວ 400 ແມັດ ເພື່ອກໍ່ສ້າງລະບົບນໍ້າປະປາດ້ວຍມູນຄ່າກວ່າ 2,5 ລ້ານດົ່ງ ໃຫ້ແກ່ໜ່ວຍປະຕິບັດງານທະຫານຊາຍແດນແດນດິນ ສັງກັດກອງຮ້ອຍຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ.
ຍສໝ - ຄະດີຢາເສບຕິດຂະຫນາດໃຫຍ່ຖືກທໍາລາຍຢ່າງຕໍ່ເນື່ອງພ້ອມທັງຂອງກາງມີຢາບ້າຫຼາຍຮ້ອຍກິໂລ, ເຮໂລອີນຫຼາຍຮ້ອຍກ້ອນທີ່ໄດ້ສະແດງໃຫ້ເຫັນວ່າເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວແມ່ນຫນຶ່ງໃນບັນດາເຂດທີ່ສະຫຼັບສັບຊ້ອນທີ່ສຸດກ່ຽວກັບການເຄື່ອນໄຫວຂອງອາດຊະຍາກໍາຢາເສບຕິດ. ດັ່ງນັ້ນຕ້ອງມີການປະສານງານຢ່າງຕັ້ງໜ້າ, ເດັດດ່ຽວ ລະຫວ່າງ ກໍາລັງຕ້ານຢາເສບຕິດຂອງຫວຽດນາມ ແລະ ລາວໃນເວລາຕໍ່ໜ້າ.
ຍສໝ - ໃນ ວັນທີ 9 ພຶດສະພາ, ຢູ່ ພະແນກພົວພັນຕ່າງປະເທດ, ຄະນະຊີ້ນໍາວຽກງານຊາຍແດນລາວ - ຫວຽດນາມຂອງ ແຂວງ ດ້ຽນບ່ຽນ ໄດ້ມີການເຮັດວຽກພົບກັບຄະນະຊີ້ນໍາວຽກງານຊາຍແດນລາວ - ຫວຽດນາມ ກັບ ສອງແຂວງ: ແຂວງຫຼວງພະບາງ ແລະ ຜົ້ງສາລີ (ສປປລາວ). ຝ່າຍຫວຽດນາມມີ ທ່ານ ເລ ແທ່ງ ໂດ, ສະມາຊິກຄະນະກໍາມະການປະຈໍາແຂວງ, ຮອງເຈົ້າແຂວງ, ຫົວຫນ້າຄະນະຊີ້ນໍາວຽກງານ ຊາຍແດນລາວ - ຫວຽດນາມແຂວງ ດ້ຽນບ່ຽນ, ແລະ ຜູ້ນໍາຂອງບັນດາພະແນກການທີ່ກ່ຽວຂ້ອງ.
ຍສໝ - ເມື່ອມໍ່ໆມານີ້, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບສະພາກາແດງແຂວງລົງມືກໍ່ສ້າງເຮືອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທີ່ເມືອງສະໝ້ວຍ, ແຂວງສາລະວັນ ສປປ ລາວ.
ວັນທີ 25 ມັງກອນ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຈັດຕັ້ງພິທີຮັບຫຼຽນກາພັດທະນາຂອງລັດຖະບານ ສປປ ລາວ ຢ່າງສົມກຽດ ແລະເຕັມໄປດ້ວຍນ້ຳໃຈສາມັກຄີ, ມິດຕະພາບ.
ຍສໝ - ຕອນບ່າຍວັນທີ 6 ພຶດສະພາ 2019, ກອງບັນຊາທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີການເຊັນສັນຍາລົງນາມ ໃນລະບຽບການ-ສົມກັນ ຕໍ່ສູ້ຕ້ານການຄ້າຂາຍຢາເສບຕິດ ແລະ ອາດສະຍາກຳ ຂອງສອງເມືອງ ເຊໂປນ; ເມືອງນອງ, ປກສ ແຂວງສະຫວັນນະເຂດ ປະເທດລາວ.
ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງເຊີນລາ, ທ່ານພົນໂທ ເລກຸຍເວືອງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດແຜນການ SH09 ກ່ຽວກັບການສົມທົບກັນໃນການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຜ່ານຊາຍແດນ ເຊີນລາ-ພາກເໜືອ ສປປ ລາວ.
ຍສໝ - ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນຕາມເຮີ້ບ, ກອງບັນຊາການທະຫານຊາຍແດນແຂວງເງ້ະອານ ສົມທົບກັບກອງຮ້ອຍຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ໄດ້ດຳເນີນການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ.
ຍສໝ - ແຕ່ວັນທີ 17-19 ພຶດສະພາ 2019 ຢູ່ ເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້ຈະດຳເນີນວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜ່ົາສ່ວນໜ້ອຍເຂດຊາຍແດນຫວຽດນາມ-ລາວ, ເຂດພາກໃຕ້-ໄຕງວຽນ ປີ 2019.
ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງຢູ່ຕາແສງຊາຍແດນລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ, ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນຕັ້ງທັບກໍຄືປະຊາຊົນເຂດຊາຍແດນປະເທດເພື່ອນລາວ.
ຍສໝ - ເນື່ອງໃນໂອດາກປີໃໝ່ລາວ 2019, ບັນດາກົມກອງທະຫານຊາຍແດນເຫງ້ງານມາອວຍພອນປີໃໝ່ລາວໃຫ້ແກ່ອໍານາດການປົກຄອງ ແລະ ປະຊາຊົນເມືອງເມື່ອງໂມກ ແຂວງຊຽງຂວາງ ລາວ.
ຍສໝ - ກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວໄດ້ຕົກລົງເຫັນດີໃນການເປີດບັ້ນຈຸດສູງໃນການປາບປາມອາດຊະຍາກໍາຢາເສບຕິດທີ່ເຂດຊາຍແດນຂອງສອງປະເທດ.
ຍສໝ - ວັນທີ 25 ທັນວາ ຢູ່ເທດສະບານເມືອງລາວບາວ, ແຂວງກວ້າງຈິ ໄດ້ດຳເນີນ ກອງປະຊະຊຸມ ມອບຮັບ ແຜນວາດສະບັບສົມບູນ ແລະ ເປັນເອກກະພາບແບ່ງປັນໜ້າທີ່, ຄຸ້ມຄອງ ວຽກງານປົກປັກຮັກສາ ຫຼັກໝາຍຊາຍແດນ ລະຫວ່າງ ແຂວງກວ້າງຈິ ສສ ຫວຽດນາມ ແລະ ສອງແຂວງຂອງ ສປປ ລາວ ຄື ແຂວງສະຫວັນນະເຂດ, ແຂວງສາລະວັນ.
ຍສມ - ນີ້ແມ່ນເນື້ອໃນຂອງກອງປະຊຸມສາມັນ ຄັ້ງທີ 12 ປະຈຳປີ 2018 ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ຢາເສບຕິດ ລະຫວ່າງ ກົມຕໍາຫຼວດສືບສວນອາຊະຍາກໍາຢາເສບຕິດ (ກະຊວງຕໍາຫຼວດ); ກົມຕ້ານ - ສະກັດກັ້ນຢາເສບຕິດ ແລະ ອາຊະຍາກໍາ, ກອງບັນຊາການທະຫານຊາຍແດນ ກັບ ກົມຕ້ານ ແລະ ສະກັດກັ້ນຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ເດືອນ ທັນວາ ປີ 2018 ທີ່ ຮ່າໂນ້ຍ.
ຍສໝ - ໃນວັນທີ 25 ທັນວາ, ຢູ່ຄ້າຍທະຫານ ເຍິມ ກອງທະຫານຊາຍແດນເທື່ອທຽນເຫວ້ ສສ ຫວຽດນາມ ໄດ້ປະສານສົມທົບກັບ ກອງຮ້ອຍປ້ອງກັນຊາຍແດນ 531, ກອງບັນຊາການທະຫານ ແຂວງ ເຊກອງ ໄດ້ດຳເນີນການລາດຕະເວນສອງຝ່າຍ ຢູ່ເຂດຊາຍແດນທີ່ຕົນຄຸ້ມຄອງ.
ຍສໝ - ຕອນເຊົ້າຂອງວັນທີ 24 ທັນວາ , ຢູ່ ພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ແຂວງຮ່າຕິ໋ງ ໄດ້ຈັດກອງປະຊຸມຕີລາຄາ ໝາກຜົນຂອງການປະຕິບັດ ກົດລະບຽບ ວ່າດ້ວຍການ ປະສານສົມທົບກັນຄຸ້ມຄອງ, ປົກປັກຮັກສາປ່າ ຢູ່ ເຂດຊາຍແດນ ຂອງບັນດາແຂວງ ຮ່າຕິ໋ງ ສສ ຫວຽດນາມ ແລະ ແຂວງບໍລິຄຳໄຊ, ຄຳມ່ວນ .