ພິທີມອບ-ຮັບກິດຈະກໍາເຮືອນຢູ່ໃຫ້ປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ

08:42 | 15/05/2019

ຍສໝ - ຫວ່າງແລ້ວນີ້, ຢູ່ເມືອງດັກຈຶງ, ແຂວງເຊກອງ, ຄະນະປະຕິບັດງານແຂວງກວາງນາມ ແລະ ຄະນະປະຕິບັດງານແຂວງເຊກອງ ໄດ້ດໍາເນີນພິທີມອບ-ຮັບເຮືອນຢູ່ໃຫ້ແກ່ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ.

ພິທີມອບ-ຮັບກິດຈະກໍາເຮືອນຢູ່ໃຫ້ປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ

ພິທີມອບ-ຮັບກິດຈະກໍາເຮືອນຢູ່ໃຫ້ປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ.(ພາບ: bienphong.com.vn)

ການກໍ່ສ້າງ, ມອບ-ຮັບກິດຈະກໍາດັ່ງກ່າວແມ່ນແຫຼ່ງກໍາລັງໜູນຊຸກຍູ້ໃຫ້ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກສູ້ຊົນບືນຕົວຂຶ້ນປະຕິບັດສໍາເລັດໜ້າທີ່ການເມືອງເປັນຢ່າງດີ ແລະ ຕັ້ງໜ້າກວ່າອີກໃນການສົມທົບກັບກໍາລັງປົກປັກຮັກສາຊາຍແດນຂອງຫວຽດນາມ ຢູ່ດ່ານຊາຍແດນນາມຢາງ, ພ້ອມກັນປົກປັກຮັກສາອະທິປະໄຕເຂດຊາຍແດນສອງປະເທດຢ່າງໝັ້ນຄົງ, ປະກອບສ່ວນເຮັດໃຫ້ນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ແລະສາຍພົວພັນຮ່ວມມືຮອບດ້ານລະຫວ່າງແຂວງກວາງນາມ-ເຊກອງ ເລິກເຊິ່ງກວ່າອີກ.

ພິທີມອບ-ຮັບກິດຈະກໍາເຮືອນຢູ່ໃຫ້ປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ

ກິດຈະກໍາເຮືອນຢູ່ໃຫ້ແກ່ພະນັກງານ, ນັກຮົບປ້ອມກວດກາປະສົມດ່ານຊາຍແດນດັກຕາອອກ.(ພາບ: bienphong.com.vn)

ກິດຈະກໍາດັ່ງກ່າວເລີ່ມລົງມືກໍ່ສ້າງນັບແຕ່ເດືອນ ສິງຫາ 2018 ແລະກໍ່ສ້າງສໍາເລັດໃນເດືອນ ມີນາ 2019. ໂຄງການມີຄ່າໃຊ້ຈ່າຍທັງໝົດແມ່ນ 13 ຕື້ດົ່ງໂດຍທະຫານຊາຍແດນແຂວງກວາງນາມ ເປັນເຈົ້າຂອງລົງທຶນຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ສະຫງວນໃຫ້ແກ່ລັດຖະບານລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.