10 ປີ ແຫ່ງການສົມທົບກັນໃນການຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຜ່ານຊາຍແດນ

14:22 | 29/04/2019

ຍສໝ - ຫວ່າງແລ້ວນີ້, ຢູ່ແຂວງເຊີນລາ, ທ່ານພົນໂທ ເລກຸຍເວືອງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດແຜນການ SH09 ກ່ຽວກັບການສົມທົບກັນໃນການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຜ່ານຊາຍແດນ ເຊີນລາ-ພາກເໜືອ ສປປ ລາວ.

10 ປີ ແຫ່ງການສົມທົບກັນໃນການຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຜ່ານຊາຍແດນ

10 ປີ ແຫ່ງການສົມທົບກັນໃນການຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຜ່ານຊາຍແດນ. ພາບ: nhandan.com.vn

ພາຍຫຼັງ 10 ປີ (2009-2019) ແຫ່ງການຜັນຂະຫຍາຍແຜນການ SH09 ກ່ຽວກັບການສົມທົບກັນໃນການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຜ່ານຊາຍແດນລະຫວ່າງແຂວງເຊີນລາ (ຫວຽດນາມ) ແລະ ບັນດາແຂວງພາກເໜືອຂອງລາວ, ຕຳຫຼວດແຂວງເຊີນລາ ໄດ້ເປັນເຈົ້າການເປີດກວ້າງສາຍພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບບັນດາແຂວງພາກເໜືອຂອງລາວ, ສ້າງເປັນທ່າຮົບໃນການຊອກຈັບ, ດັບສູນ ແລະ ທຳລາຍການຄ້າຢາເສບຕິດຂະໜາດໃຫຍ່. ລະບົບການເມືອງຂັ້ນຕາແສງ, ບ້ານເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່, ປັບປຸງ, ບູລະນະ; ຈັດຕັ້ງການປະຕິບັດຂະບວນການມະຫາຊົນໃນການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຢາເສບຕິດຕິດພັນກັບການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິຜົນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເລກຸຍເວືອງ ໄດ້ເນັ້ນໜັກວ່າ: ໃນໄລຍະສະເພາະໜ້າ, ຄວນສືບຕໍ່ເປັນເຈົ້າການ, ສາມັກຄີ, ປະສານສົມທົບກັນໃນການສູ້ຮົບ; ຍົກລະດັບການເປັນເສນາທິການ ແລະ ຜັນຂະຫຍາຍບັນດາວິທີການ, ແຜນການສະກັດກັ້ນ, ຕ້ານ ແລະ ຄວບຄຸມອາດຊະຍາກໍາຢາເສບຕິດແນໃສ່ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງດ້ານສັງຄົມຢູ່ບໍລິເວນ, ປະກອບສ່ວນໃນການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ, ປະກອບສ່ວນຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.