ຄວາມຮັກ ບໍ່ມີຂອບເຂດຊາຍແດນ

18:59 | 16/05/2019

ຊາຍແດນ - ຫຼາຍເຊັ່ນຄົນມາແລ້ວ, ຊາຍແດນເມືອງ ໄຕຢາງ (ຫວຽດນາມ) ແລະ ເມືອງກະລຶມ (ລາວ), ເຖິງວ່າຈະຂັ້ນກາງດ້ວຍພູເຂົາສູງ, ເຫວສູງຊັນ, ແຕ່ວ່າບັນດາບ້ານ ຫວຽດນາມ- ລາວ ຍັງຄົງໃຫ້ການຊ່ວຍເຫຼືອບິແບ່ງເຊິ່ງກັນແລະກັນ ຄືອ້າຍນ້ອງຮ່ວມສາຍແຮ່ດຽວກັນ. ໃນ ລະດູການເຮັດນາເຮັດໄຮ່, ທະຫານຊາຍແດນຊາຍແດນຫວຽດນາມ ໄດ້ແບ່ງປັນ ໃຫ້ອ້າຍເອື້ອຍນ້ອງ ຝາກຊາຍແດນ ເບື້ອງນັ້ນ ຂອງລາວ ຄວາມອົບອຸ່ນ, ເຂົ້າສານ ອາຫານແຫ້ງເພືອ່ໃຫ້ປະຊາຊົນບໍ່ມີຄວາມອົດຍາກ. ເຊິ່ງຄົນລາວເອີ້ນວ່າ: “ ເຂົ້າສານແຫ່ງຄວາມຮັກແພງ”

ຄວາມຮັກ ບໍ່ມີຂອບເຂດຊາຍແດນ

ປະຊາຊົນລາວ ໄດ້ຮັບເຂົ້າສານຈາກ ກອງບັນຊາການທະຫານຊາຍແດນກວ້າງນາມ. (ພາບ: ຮົ່ງ ແອັງ)

ມີເຂົ້າສານແລ້ວ, ບໍ່ຕ້ອງໄດ້ກິນເຜຶອກກິນມັນອີກ!

ທ່ານ ອາ ລັງ ຟຸຍ, ຮອງນາຍບ້ານ ອາບືນ, ເມືອງ ກຳລືມ (ແຂວງເຊກອງ , ລາວ) ມີຮູບຮ່າງລັກສະນະ ສູງໆຈ່ອຍໆ, ໜ້າຕາສົດໃສ. ທ່ານ ອາ ລັງ ຟຸຍ ໄດ້ເລົ່າສູ່ຝັງວ່າ: ທັງບ້ານ ອາບືນ ມີທັງຫມົດ 228 ຄອບຄົວ, ສ່ວນໃຫຍ່ດຳລົງຊີວິດດ້ວຍການເຮັດໄຮ່ເຮັດນາ. ແຕ່ຍ້ອນລະບົບຊົນລະປະທານ ຍັງບໍ່ທັນໄດ້ຮັບການກໍ່ສ້າງໂດຍພື້ນຖານ ດັ່ງນັ້ນ ເມືອ່ອໃດທີ່ ອາກາດຮ້ອນ ແລະ ແດດຮ້ອນເປັນເວລາຍາວນານ, ສັດຕູພືດ,ເປັນຕົ້ນແມງໄມ້, ໜູ ທຳລາຍເຄື່ອງປູກຂອງຝັງ, ເຮັດໃຫ້ຫຼາຍຄອບຄົວຕ້ອງໄດ້ກິນ ມັນ, ກິນເຜືອກ ແລະ ໜໍ່ໄມ້ແທນເຂົ້າ.

ປະຊາຊົນພາຍໃນບ້ານສ່ວນໃຫຍ່ແມ່ນຊົນເຜົ່າ ກະຕູບ, ມີຄວາມສຳພັນ ແບບຍາດຕິພັນ ກັບ ມວນຊົນ ແລະ ບັນດາບັນດາຕາແສງລຽບຕາມແນວຊາຍແດນ ໄຕຢາງ , ດັ່ງນັ້ນໃນເມື່ອບໍ່ດົນມານີ້, ເມື່ອໄກ້ຈະຮອດລະດູເກັບກ່ຽວ, ຜູ້ຄົນພາຍໃນບ້ານ ກໍ່ຄືຍາດຕິພີ່ນ້ອງ ຂອງເມືອງກະລືມ, ກອງທັບທະຫານຊາຍແດນ ແຂວງກວ້າງນາມ ເຊິ່ງປີໃດກໍ່ໄດ້ແຈກເຂົ້າສານຊ່ວຍເຫຼືອ ພໍ່ແມ່ປະຊາຊົນຂອງເມືອງກະລືມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.