ເປີດຊຸດເຝິກອົບຮົມພະນັກງານຄຸ້ມຄອງການຊາຍແດນແຂວງໃຫ້ກອງທັບປະຊາຊົນລາວ

10:34 | 22/05/2019

ຍຸສໝ - ໃນວັນທີ 21 ເດືອນພຶດສະພາ, ຢູ່ຕາແສງ ເຊີນໄຕ, ນະຄອນຮ່າໂນ້ຍ, ສະຖາບັນປ້ອງກັນຊາຍແດນ ໄດ້ຈັດພິທີເປີດຊຸດການຝຶກອົບຮົມ ໃຫ້ພະນັກງານຊາຍແດນແຂວງ ກອງທັບປະຊາຊົນລາວ. ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານພົນຕີ ຈິ້ງ ຮ່ວາງ ຮ້ຽບ, ອໍານວຍການໂຮງຮຽນປ້ອງກັນຊາຍແດນ; ທ່ານພັນໂທ ດວງມະນີ ສິວີໄຊ ຮອງຫົວໜ້າທີ່ປຶກສາທູດຝ່າຍປ້ອງກັນຊາດ ສປປ ລາວ ປະຈຳ ສສ ຫວຽດນາມ.

ຫຼັກສູດການຝຶກອົບຮົມຄັ້ງນີ້ມີຈຸດປະສົງ ເພື່ອເຮັດໃຫ້ນັກນັກສຳມະນາກອນມີຄວາມຮູ້ພື້ນຖານກ່ຽວກັບການເມືອງ, ການທະຫານ, ຍຸດທະການ, ກົດຫມາຍ, ຄວາມສາມາດວິຊາສະເພາະຂະແໜງຄຸ້ມຄອງຊາຍແດນ. ຈາກນັ້ນ, ສ້າງຄວາມເປັນເອກະພາບສູງ ກ່ຽວກັບຄວາມຮັບຮູ້ ແລະ ເນື້ອໃນ ຂອງການນຳພາ, ບັນຊາການປະຕິບັດໜ້າທີ່.

ກ່າວຄໍາປາໄສໃນພິທີເປີດຊຸດການຝຶກອົບຮົມ, ທ່ານພົນຕີ ຈິ້ງ ຮ່ວາງ ຮ້ຽບ ໄດ້ຮຽກຮ້ອງນັກສຳມະນາກອນທີ່ເຂົ້າຮ່ວມ ຕ້ອງເສີມຂະຫຍາຍເນື້ອໃນ-ຈິດໃຈຮັບຜິດຊອບ ແລະ ຮັກສາກົດລະບຽບ ເພື່ອຮັບເອົາຄວາມຮູ້ໄດ້ດີ ໃນການຝຶກອົບຮົມ ຢູ່ສະຖາບັນປ້ອງກັນຊາຍແດນ. ຈາກນັ້ນ, ນໍາໃຊ້ຄວາມຮູ້ທີ່ໄດ້ຮຽນມາ ເຂົ້າໃນການປະຕິບັດວຽກງານຕົວຈິງ ຢູ່ ປະເທດຂອງຕົນ. ສໍາລັບສະຖາບັນປ້ອງກັນຊາຍແດນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ, ມີແຜນການຢ່າງລະອຽດ, ຮັບໃຊ້ຢ່າງສຸດອົກສຸດໃຈ, ລະອຽດຮອບຄອບ ເພື່ອໃຫ້ຊຸດເຝິກອົບຮົມກາຍເປັນແຜນງານທີ່ຖຶກຕ້ອງຕາມຈຸດປະສົງທີ່ວາງອອກ.

ເປີດຊຸດເຝິກອົບຮົມພະນັກງານຄຸ້ມຄອງການຊາຍແດນແຂວງໃຫ້ກອງທັບປະຊາຊົນລາວ

ທັດສະນີຍະພາບຂອງພິທີເປີດຊຸດການຝຶກອົບຮົມ. (ພາບ: bienphong.com.vn)

ນອກຈາກນີ້ໃນພິທີເປີດຊຸດຝຶກອົບຮົມ, ທ່ານພັນຕີ ຄຳເຫຼັກ ຫຼວງຊົມພູ, ຕາງຫນ້ານັກສຳມະນາກອນຊຸດຝຶກອົບຮົມ ຈຳນວນ 15 ສະຫາຍ ໄດ້ຝາກຄຳຂອບອົກຂອບໃຈ ມາຍັງຄະນະນໍາສະຖາບັນປ້ອງກັນຊາຍແດນ, ພ້ອມກັນນັ້ນ, ຍັງຕີລາຄາສູງຕໍ່ການຕ້ອນຮັບ ແລະ ການກະກຽມ ຊຸດຝຶກອົບຮົມຄັ້ງນີ້.

ທ່ານພັນຕີ ຄຳເຫຼັກ ຫຼວງຊົມພູ ສະແດງຄວາມຕັດສິນໃຈຂອງບັນດານັກສຳມະນາກອນທີ່ເຂົ້າຮ່ວມຫຼັກສູດການຝຶກອົບຮົມຄັ້ງນີ້, ນັ້ນຄືປະຕິບັດຢ່າງເຂັ້ມງວດ ບັນດາກົດລະບຽບຂອງໂຮງຮຽນ, ປະຕິບັດຢ່າງດີຫຼັກສູດການຮ່ຳຮຽນ ໃນໄລຍະເວລາຝຶກອົບຮົມ ເພື່ອບັນລຸຜົນໄດ້ໝາກຜົນສູງທີ່ສຸດ.


ເປີດຊຸດເຝິກອົບຮົມພະນັກງານຄຸ້ມຄອງການຊາຍແດນແຂວງໃຫ້ກອງທັບປະຊາຊົນລາວ

ທ່ານນາຍພັນໂທ ດວງມານີ ສິນວີໄຊ ກ່າວຄໍາປາໄສໃນພິທີເປີດຊຸດການຝຶກອົບຮົມ. ພາບ: bienphong.com.vn

ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ມີ 15 ສະຫາຍ, ເປັນກຳລັງຂອງກອງທັບປະຊາຊົນລາວ, ໃນນັ້ນມີຊັ້ນ ພັນໂທ 6 ສະຫາຍ , ພັນຕີ 8 ສະຫາຍ ແລະ ຮ້ອຍເອກ 1 ສະຫາຍ. ໃນນັ້ນ, ມີ 10 ສະຫາຍ ເຄີຍໄດ້ຮຽນ ແລະ ຝຶກອົບຮົມ ຢູ່ໂຮງຮຽນການທະຫານ ຂອງ ຫວຽດນາມແລ້ວ.

ຕາມແຜນຊຸດຝຶກອົບຮົມ ຈະເລີ່ມຂຶ້ນໃນໄລຍະ 6 ເດືອນ ແລະ ຈະປິດໃນເດືອນພະຈິກປີ 2019.

(ຄຳຮຸ່ງ)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ