ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ

14:16 | 14/05/2019

ຍສໝ - ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 ຈະດຳເນີນໄປແຕ່ວັນທີ 17 ພຶດສາພາ 2019.

ສິນລະປະກອນ ຫວຽດ-ລາວ ເກືອບ 1.000 ຄົນ ເຂົ້າຮ່ວມ ວັນບຸນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍ ຊາຍແດນ

ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019. (ພາບປະກອບ)

ງານແລກປ່ຽນ ວັດທະນະທຳ-ກິລາ-ທ່ອງທ່ຽວ ຂອງບັນດາຊົນເຜົ່າສ່ວນໜ້ອຍລຽບຕາມແນວຊາຍແດນ ຫວຽດນາມ-ລາວ, ພາກກາງ, ພູພຽງຕາເວັນຕົກ 2019 (ເອີ້ນວ່າ: ງານບຸນ) ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ ແລະ ພັດທະນາ” ໂດຍກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້, ບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ຈັດຂື້ນ.

ກິດຈະກຳຂອງງານບຸນຈະຈັດຂື້ນບົນພື້ນຖານຄວາມາສາມັກຄີ, ມິດຕະພາບ, ຮັບປະກັນຄວາມປອດໄພ, ປະຢັດ ແລະ ມີປະສິດທິຜົນ, ຕິດພັນກັບກິດຈະກຳວັດທະນະທຳ, ກິລາ ແລະ ການໂຄສະນາ, ພັດທະນາການທ່ອງທ່ຽວຂອງທ້ອງຖິ່ນທີ່ເຂົ້າຮ່ວມໃນງານບຸນ.

ໃນງານບຸນຈະມີກິດຈະກຳວັດທະນະທຳ ເປັນຕົ້ນແມ່ນ ສະຖານທີ່ຈັດງານ, ສະຖານທີ່ວາງສະແດງ, ໂຄສະນາສິນຄ້າວັດທະນະທຳ ແລະ ທ່ອງທ່ຽວຂອງທ້ອງຖິ່ນ; ງານສະແດງວັນນະຄະດີສິນລະປະຂອງມວນຊົນ; ງານການສະແດງຊຸດປະຈຳຊົນເຜົ່າ; ການສະແດງການຕຳ່ແຜ່ນແພ; ກິດຈະກຳກິລາພື້ນບ້ານຂອງປະຊາຊົນບັນດາເຜົ່າ; ດຶງເຊືອກ(ຍິງ-ຊາຍ), ຍູ້ໄມ້ສ້າວ(ຍິງ-ຊາຍ), ຍິງໜ້າ(ຍິງ-ຊາຍ), ຕີບານສົ່ງ(ຍິງ-ຊາຍ).

ກິດຈະກຳ ທ່ອງທ່ຽວໃນງານບຸນປະກອບມີ: ຈັດຄະນະ famtrip (ບັນດາບໍລິສັດທ່ອງທ່ຽວພາຍໃນ) ສຳຫຼວດການທ່ອງທ່ຽວນິເວດ, ທ່ອງທ່ຽວແບບຄະນະ ຢູ່ ເມືອງ ອາເລື໋ອຍ ແລະ ເຊື່ອມຕໍ່ ກັບເມືອງ ໄຕຢາງ, ແຂວງກວ້າງນາມ; ການສະແດງ, ແນະນຳ ງານບຸນ, ພິທີກຳຂອງວັດທະນະທຳພື້ນບ້ານ ຂອງປະຊາຊົນເຜົ່າຕ່າງໆ ຢູ່ ເມືອງ ອາເລື໋ອຍ; ເຜີຍແຜ່ວັດທະນະທຳ-ອາຫານການກິນ ຂອງຊົນເຜົ່າແຂວງ ເທື່ອທຽນເຫວ້.

ພິທີເປີດງານບຸນຄັ້ງນີ້ຈະດຳເນີນໄປໃນເວລາ 20ໂມງ00 ວັນທີ 17 ພຶດສະພາ 2019 ຢູ່ ເດີ່ນສູນກາງເມືອງ ອາເລື໋ອຍ, ແຂວງເທື່ອທຽນເຫວ້, ໄດ້ຮັບການຖ່າຍທອດສົດ ທາງໂທລະພາບ ຫວຽດນາມ (VTV8), ຖ່າຍທອດສົດທາງສະຖານນີວິດທະຍຸກະຈາຍສຽງ ແລະ ໂທລະພາບ ເທື່ອທຽນເຫວ້- TRT. ງານຈະດຳເນີນໄປຈົນ ຮອດ ວັນທີ 19 ພຶດສະພາ 2019 ແມ່ນຊິ້ນສຸດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.