ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈມິດຕະພາບ

16:09 | 15/05/2019

ຍສໝ - ແຂວງດ້ຽນບຽນແມ່ນມີຊາຍແດນຕິດກັບ ສປປ ລາວ ປະມານ 414,712 ກິໂລແມັດ ເຊິ່ງມີຊາຍແດນຕິດກັບແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ. ແຂວງດ້ຽນບຽນ ໄດ້ກໍານົດວ່າ "ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈສາກົນ, ຍືນຍົງຕາມແນວຄິດໂຮ່ຈິ໋ມິງ" ເຊິ່ງແມ່ນໜຶ່ງໃນໜ້າທີ່ສໍາຄັນໃນໄລຍະເຊື່ອມໂຍງ ແລະ ການພັດທະນາ.

ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈມິດຕະພາບ

ພິທີພົບປະລະຫວ່າງແຂວງດ້ຽນບຽນ ແລະ ແຂວງຜົ້ງສາລີ

ເພື່ອປະຕິບັດໜ້າທີ່ການກໍ່ສ້າງ ແລະ ປົກປ້ອງຊາຍແດນ ເປັນຢ່າງດີ, ບັນດາຂັ້ນອໍານາດການປົກຄອງໄດ້ຊີ້ນໍາການຈັດຕັ້ງປະຕິບັດລະບຽບກົດໝາຍວ່່າການຊາຍແດນແຫ່ງຊາດ; ເພີ່ມທະວີການລາດຕະເວນປົກປ້ອງເສັ້ນຊາຍແດນ, ປັກຫຼັກໝາຍ. ປະຕິບັດວຽກງານການພົວພັນຕ່າງປະເທດປ້ອງກັນຊາຍແດນເປັນຢ່າງດີ, ຍູ້ແຮງເຄື່ອນໄຫວການພົວພັນທາງການທູດປະຊາຊົນ.

ເສີມຂະຫຍາຍກໍາລັງແຮງສັງລວມຂອງລະບົບການເມືອງ; ການຮັກສາລະມັດລະວັງ, ການຮັກສາຄວາມຫມັ້ນຄົງດ້ານການເມືອງ, ຮັບປະກັນຄວາມປອດໄພແຫ່ງຊາດ. ບັນດາກໍາລັງໄດ້ມີການປະສານງານເພື່ອກໍາແໜ້ນສະຖານະການ, ເປົ້າໝາຍ ແລະ ຖິ່ນຖານຈຸດສຸມ, ສ້າງ ແລະ ຈັດຕັ້ງປະຕິບັດບັນດາແຜນດຳເນີນການ, ແຜນການປ້ອງກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂບັນດາບັນຫາທີ່ສະລັບສັບຊ້ອນຢູ່ຮາກຖານຢ່າງທັນທີ.

ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຂອງສອງພັກ, ສອງລັດ ແລະ ການສະໜັບບສະໜູນຂອງປະຊາຊົນສອງປະເທດ, ສາຍພົວພັນພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງດ້ຽນບຽນ ແລະ ບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ ໃນໄລຍະປະຕິວັດໃໝ່ ໂດຍຈະໄດ້ຮັບການເສີມສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດ ແລະ ນໍາການພົວພັນມູນເຊື້ອເປັນພິເສດ, ໝັ້ນແກ່ນ, ສາຍຈິດສາຍໃຈສາກົນ, ຜ່ອງໃສ, ໝັ້ນຄົງ ລະຫວ່າງສອງພັກ, ສອງລັດ ກ້າວຂຶ້ນສູ່ຈຸດສູງໃໝ່.

(ໄຊພອນ)

ເຫດການ
302 Found

Found

The document has moved here.