ຕັ້ງໜ້າກະກຽມເນື້ອໃນເສນາທິການ ແກ່ລາຍການແລກປ່ຽນມິດຕະພາບຊາຍແດນ ແຂວງອານຢາງ ແລະ ກວ້າງຈິ

08:59 | 21/05/2019

ຍສໝ - ໃນວັນທີ 20 ພຶດສະພາ, ພົນຈັດຕະວາ ເລ ຍື ດຶ໋ກ, ຮອງຫົວໜ້າການເມືອງທະຫານຊາຍແດນ ໄດ້ເປັນປະທານ ກອງປະຊຸມປຶກສາຫາລຶ ກັບບັນດາຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຂອງກົມໃຫຍ່ທະຫານຊາຍແດນ ກ່ຽວກັບ ການກະກຽມເນື້ອໃນເພື່ອເສນາທິການ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບ ທະຫານຊາຍແດນຫວຽດນາມ - ກໍາປູເຈຍ ຢູ່ ແຂວງ ອານຢາງ ແລະ ການແລກປ່ຽນມິດຕະພາບຊາຍແດນຂັ້ນແຂວງ ລະຫວ່າງ ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ, ຫວຽດນາມ ແລະ ກອງບັນຊາການທະຫານ ແລະ ຕໍາຫຼວດ ແຂວງສະຫວັນນະເຂດ, ແຂວງສາລະວັນ.

ອີງຕາມບົດລາຍງານທີ່ກອງປະຊຸມ, ມາຮອດປະຈຸບັນ ບັນດາຫ້ອງການ, ຫນ່ວຍງານ ກົມໃຫຍ່ທະຫານຊາຍແດນ ໄດ້ປະສານສົມທົບກັບ ຫນ່ວຍງານທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ຈັດ 2 ລາຍການ. ສໍາລັບ ລາຍການແລກປ່ຽນມິດຕະພາບຊາຍແດນ ຢູ່ ແຂວງກ້ວາງຈິ, ກົມໃຫຍ່ທະຫານຊາຍແດນ ສືບຕໍ່ນຳສະເຫນີ ແລະ ແນະນໍາ ທະຫານຊາຍແດນແຂວງກ້ວາງຈິ ໃຫ້ສໍາເລັດເນື້ອໃນ ແລະ ວາລະຂອງລາຍການ. ສໍາລັບລາຍການແລກປ່ຽນ ມິດຕະພາບກັບຊາຍແດນ ຢູ່ ອານຢາງ, ບັນດາຫ້ອງການ ແລະ ກົມໃຫຍ່ ກຳລັງຜັນຂະຫຍາຍຂຽນເນື້ອໃນຂອງກິດຈະກໍາ ການພົບປະແລກປ່ຽນ.

ຕັ້ງໜ້າກະກຽມເນື້ອໃນເສນາທິການ  ແກ່ລາຍການແລກປ່ຽນມິດຕະພາບຊາຍແດນ ແຂວງອານຢາງ ແລະ ກວ້າງຈິ

ບັນຍາກາດກອງປະຊຸມ. (ພາບ: bienphong.com.vn)

ສະຫຼຸບຜົນກອງປະຊຸມ, ພົນຈັດຕະວາ ເລ ຍື ດຶ໋ກ ໄດ້ມອບໜ້າທີ່ ໃຫ້ບັນດາຫ້ອງການ, ຂະແໜງກະກຽມເນື້ອໃນດັ່ງນີ້: ຫ້ອງການຂົນຂວາຍ ຂຽນເນື້ອໃນການພົບປະເຈລະຈາ ໃນລາຍການແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ກຳປູເຈຍ ຢູ່ ແຂວງ ອານ ຢ່າງ; ຂະແໜງ ຮູບເງົາ-ໂທລະພາບທະຫານຊາຍແດນ ໃຫ້ຕື່ນຕົວຮ່າງບົດຂ່າວສາລະຄະດີ, ວີດີໂອ ເພື່ອຮັບໃຊ້ລາຍການ, ສາລະຄະດີການຝຶກຊ້ອມ,...; ຄະນະນັກສະແດງ, ນັກສິລະປະ ກະກຽມບົດເພງ, ກຳກັບການຟ້ອນ; ສ້າງບົດລະຄອນຂອງການສະຫຼອງ ເຮືອນວັດທະນະທໍາ ແລະ ສະຫຼຸບເບື້ອງຕົ້ນກຸ່ມຊຸມຊົນ ທີ່ຢູ່ຊາຍແດນ; ຫນັງສືພິມປືມປ້ອງກັນຊາຍແດນ ສ້າງແຜນການເຜີຍແຜ່, ຮ່ວມມືກັບຫນ່ວຍງານໃນການຈັດຕັ້ງຂ່າວຕ່າງໆ,…

ພ້ອມກັນນັ້ນ, ພົນຈັດຕະວາ ເລ ຍືດຶ໋ກ ໄດ້ສະເໜີກັບບັນດາຂະແໜງການທີ່ຕັ້ງໜ້າແນະນຳ ເພື່ອທະຫານຊາຍແດນ ກ໋ວາງຈິ້ ພັດທະນາແຜນການຈັດຕັ້ງການແລກປ່ຽນມິດຕະພາບຊາຍແດນຂັ້ນແຂວງ ລະຫວ່າງ ກອງບັນຊາການທະຫານຊາຍແດນ ກ໋ວາງຈິ, ຫວຽດນາມ ກັບ ກອງບັນຊາກອງທັບ, ກົມຕໍາຫຼວດແຂວງສະຫວັນນະເຂດ ແລະ ແຂວງສາລະວັນ.

ຄາດຄະເນວ່າ ການແລກປ່ຽນມິດຕະພາບຊາຍແດນລະຫວ່າງປະເທດຫວຽດນາມ - ກໍາປູເຈຍໃນແຂວງ ອ່ານ ຢ່າງ ໄດ້ຈັດຕັ້ງໃນທ້າຍເດືອນສິງຫາປີ 2019; ການແລກປ່ຽນມິດຕະພາບຊາຍແດນຂັ້ນແຂວງ ລະຫວ່າງກອງບັນຊາການທະຫານຊາຍແດນ ກ໋ວາງຈິ້, ຫວຽດນາມ ແລະ ກອງບັນຊາກອງທັບ, ກົມຕໍາຫຼວດແຂວງສະຫວັນນະເຂດ ແລະ ແຂວງສາລະວັນໄດ້ຈັດຕັ້ງໃນເດືອນກໍລະກົດ, ປີ 2019.

(ແຫຼ່ງ​ຂໍ້​ມູນ​: bienphong.com.vn)

302 Found

Found

The document has moved here.