ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຂອງຊົນເຜົ່າສ່ວນຫນ້ອຍຫວຽດນາມ - ລາວຈະຈັດຂຶ້ນຢູ່ເມືອງ ເຫວ້

15:15 | 17/05/2019

ອີງຕາມຂໍ້ມູນຂ່າວສານເປັນທາງການຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກ່າວວ່າ: ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງມີຊາຍແດນຫວຽດນາມ - ລາວ ແລະ ພາກກາງ ນະຄອນຫຼວງວຽງຈັນໃນປີ 2019 ທີ່ມີຫົວຂໍ້ "ຄວາມສາມັກຄີ, ມິດຕະພາບ ແລະ ການພັດທະນາ" ຈະຈັດຂຶ້ນໃນວັນທີ 17-19 ພຶດສະພາຢູ່ເມືອງ ອາເລື່ອຍ, ແຂວງ ເທື່ອທຽນເຫວ້.

ງານວາງສະແດງດັ່ງກ່າວມີການເຂົ້າຮ່ວມຂອງເກືອບ1000 ຄົນເປັນ ສິລະປະກອນ, ນັກສິລະປິນ, ນັກສະແດງ ແລະ ນັກກິລາ ທີ່ເປັນພີ່ນ້ອງຮ່ວມຊາດຂອງຊົນເຜົ່າ ໃນແຂວງ ກ່ອນຕູມ, ກ໋ວາງນາມ, ກ໋ວາງ ງ໊າຍ, ກ໋ວາງຈິ້ ແລະ ແຂວງ ເທື່ອທຽນເຫວ້ ຂອງຫວຽດນາມ; ສີ່ກຸ່ມສິລະປະມວນຊົນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວແມ່ນ ອັດ​ຕະ​ປື, ເຊກອງ, ສະຫວັນນະເຂດ, ສາລະວັນ.

ໃນວັນທີ 17 ພຶດສະພາ ພິທີເປີດງານບຸນ ຈະຈັດຂຶ້ນ ທີ່ສະໜາມຫຼວງສູນກາງເມືອງ ອາເລື່ອຍ, ແຂວງ ເທື່ອທຽນເຫວ້. ໃນຂະບວນຂອງງານບຸນວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວຊົນຂອງເຜົ່າສ່ວນຫນ້ອຍໃນ ບັນດາແຂວງຊາຍແດນຫວຽດນາມ - ລາວ, ເຂດພາກກາງ, ໄຕຫງວຽນ ໃນປີ 2019 ຈະຈັດກິດຈະກໍາການສະແດງ, ແນະນໍາ, ໂຄສະນາຜະລິດຕະພັນວັດທະນະທໍາ ແລະ ທ່ອງທ່ຽວຂອງທ້ອງຖິ່ນ; ສະຫຼອງຮ່ວມມ່ວນຊື່ນການສິລະປະ; ການສະແດງໂສ້ງເສື້ອ ມີຄຸນລັກສະນະຊົນເຜົ່າ; ສະແດງການຕ່ຳຫູກຝ້າຍພື້ນເມືອງ.

ໃນການແລກປ່ຽນກິລາ, ຈະມີການຫຼິ້ນກິລາແບບພື້ນເມືອງຊົນເຜົ່າເຊັ່ນ: ດຶງເຊືອກ (ຍິງ, ຊາຍ), ຍູ້ໄມ້ຄ້ອນ (ຍິງ, ຊາຍ ແລະ ຕາມນ້ໍາຫນັກ), ຍິງໜ້າ (ຍິງ, ຊາຍ), ບານສົ່ງຊາຍ.

ງານບຸນດັ່ງກ່າວໄດ້ປະກອບສ່ວນໃນການເສີມສ້າງຄວາມສາມັກຄີ, ມິດຕະພາບ, ພົບປະແລກປ່ຽນວັດທະນະທໍາ ລະຫວ່າງ ບັນດາແຂວງມີຊາຍແດນຫວຽດນາມ - ລາວ, ພາກກາງ, ໄຕຫງວຽນ, ສະນັ້ນ, ງານບຸນດັ່ງກ່າວ ຈະແນະນໍາ ແລະ ສົ່ງເສີມຄຸນຄ່າວັດທະນະທໍາ ອັນອຸດົມສົມບູນ, ເປັນເອກະລັກ ແລະ ຫຼາຍຮູບແບບຂອງຊົນເຜົ່າສ່ວນນ້ອຍ ຂອງແຂວງຊາຍແດນຫວຽດນາມ-ລາວ, ພາກກາງ, ໄຕຫງວຽນ; ສ້າງເງື່ອນໄຂ ເພື່ອເພີ່ມທະວີການລົງທຶນໃນຂະແຫນງການທ່ອງທ່ຽວ, ສ້າງກຳລັງໜູນສົ່ງເສີມການລົງທຶນ ແລະ ຍູ້ແຮງຄວາມກ້າວໜ້າໃນການສ້າງສະຖານທີ່ທ່ອງທ່ຽວທີ່ສໍາຄັນ ...

ກິດຈະກໍາໃນງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຂອງຊົນເຜົ່າສ່ວນຫນ້ອຍຫວຽດນາມ - ລາວ ຈະດຳເນີນໄປດ້ວຍຄວາມສາມັກຄີ ແລະ ມິດຕະພາບ, ຮັບປະກັນຄວາມປອດໄພ, ຄວາມປະຢັດ ແລະ ມີປະສິດທິຜົນ, ຕິດພັນກັບກິດຈະກໍາວັດທະນະທໍາ ແລະ ກິລາ ພ້ອມທັງ ໂຄສະນາ, ພັດທະນາການທ່ອງທ່ຽວ ຂອງທ້ອງຖິ່ນ.

(ຄຳຮຸ່ງ)

ເຫດການ