ສອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ-ຫວຽດນາມ ຮ່ວມມືກັນພັດທະນາກຸ່ມບ້ານບໍລິເວນຊາຍແດນ

00:54 | 15/05/2019

ໃນວັນທີ 21 ມີນາ 2019 ນີ້ ຢູ່ກະຊວງປ້ອງກັນປະເທດໄດ້ ຈັດກອງປະຊຸມການຮ່ວມມືສອງ ຝ່າຍລະຫວ່າງຄະນະຊີ້ນໍາພັດທະ ນາບໍລິເວນຊາຍແດນ ກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ກັບຄະນະຊີ້ນໍາຝ່າຍກະ ຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ກ່ຽວກັບການ ປະຕິບັດການຮ່ວມມືກໍ່ສ້າງກຸ່ມ ບ້ານພັດທະນາຕາມ ບໍລິເວນຊາຍ ແດນ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ປີ 2019.

ສອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ-ຫວຽດນາມ ຮ່ວມມືກັນພັດທະນາກຸ່ມບ້ານບໍລິເວນຊາຍແດນ

ສອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ-ຫວຽດນາມ ຮ່ວມມືກັນພັດທະນາກຸ່ມບ້ານບໍລິເວນຊາຍແດນ

ຝ່າຍກອງ ທັບປະຊາຊົນລາວ ນຳໂດຍ ສະ ຫາຍ ພົນໂທ ສຸວອນ ເລືອງບຸນ ມີ ກໍາມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ຝ່າຍກອງທັບ ປະຊາຊົນຫວຽດນາມນຳໂດຍ ສະຫາຍ ພົນໂທ ຟາມວັນຢາງ ກໍາມະການສູນກາງພັກ, ຫົວ ຫນ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນຫວຽດນາມ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ ພ້ອມດ້ວຍຄະນະ. ການຈັດກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງ ສອງພັກ-ລັດຖະບານ ກໍຄືສອງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ວ່າດ້ວຍການພັດທະນາກຸ່ມບ້ານ ບໍລິເວນຊາຍແດນໃຫ້ມີຄວາມ ສະຫງົບ ແລະ ພັດທະນາຮອບ ດ້ານເຖິງແມ່ນວ່າມີຄວາມຫຍຸ້ງ ຍາກຫຼາຍດ້ານ, ແຕ່ຍ້ອນມີ ຄວາມຕັດສິນໃຈສູງ ແລະ ໃຕ້ ການຊີ້ນໍາຂອງສອງລັດຖະບານ, ການສົມທົບກັນຢ່າງແຫນ້ນແຟ້ນຂອງສອງຝ່າຍ ໂຄງການຮ່ວມ ມືກໍ່ສ້າງກຸ່ມບ້ານພັດທະນາ ຈຶ່ງ ໄດ້ຜັນຂະຫຍາຍເປັນຢ່າງດີ ພ້ອມ ກັນນັ້ນກໍສາມາດ ສ້າງໄດ້ປັດໄຈ ຫັນປ່ຽນພື້ນຖານກ່ຽວກັບຄວາມ ມີສະຖຽນລະພາບທາງດ້ານ ການເມືອງ ທົ່ວບໍລິເວນຊາຍແດນ, ເຮັດໃຫ້ເສດຖະກິດ-ສັງຄົມຢູ່ບັນ ດາກຸ່ມບ້ານ ໄດ້ມີການປ່ຽນແປງ ຢ່າງໄວວາ ສ້າງເງື່ອນໄຂໃຫ້ການ ພັດທະນາບໍລິເວນຊາຍ ແດນ ຂອງສອງປະເທດ ໃຫ້ນັບມື້ມີ ການການພັດທະນາຂຶ້ນເຮັດໃຫ້ ການພົວພັນຮ່ວມມືພິເສດລາວ-ຫວຽດ ນາມ ໄດ້ຮັບການປັບປຸງ, ເພີ່ມ ພູນຄູນສ້າງຂຶ້ນໄປເລື້ອຍໆ.

ພ້ອມກັນສະກັດກັ້ນ ແລະ ແກ້ ໄຂປາກົດການຫຍໍ້ທໍ້, ບັນຫາ ຄວາມບໍ່ສະຫງົບ, ການຍົກຍ້າຍ ພູມລໍາເນົາແບບເສລີ ແລະ ການ ເຄື່ອນໄຫວ ຂອງກຸ່ມຄົນບໍ່ດີຢູ່ ຕາມບໍລິເວນຊາຍແດນໃຫ້ໄດ້ ໂດຍພື້ນຖານ, ສືບຕໍ່ເພີ່ມພູນຄູນ ສ້າງຄວາມສາມັກຄີແບບພິເສດ ແລະ ການພົວພັນແບບຮ່ວມ ມືຮອບດ້ານລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ -ລາວ ເວົ້າສະເພາະແມ່ນສອງ ກອງທັບປະຊາຊົນລາວ-ຫວຽດ ນາມ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງສູ່ຄຸນນະພາບອັນໃໝ່ ໃຫຍ່ຫຼວງກວ່າເກົ່າ. ພ້ອມນີ້ກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສໃນຮ່າງ ບົດບັນທຶກຊ່ວຍຈຳໃນການຮ່ວມ ມືສອງຝ່າຍລະຫວ່າງຄະນະຊີ້ນໍາພັດທະນາບໍລິເວນຊາຍແດນ ກະຊວງປ້ອງກັນປະເທດແຫ່ງ ສປປລາວ ກັບຄະນະຊີ້ນໍາຫນ້າ ທີ່ກະຊວງປ້ອງກັນປະເທດ ຫວຽດນາມ ກ່ຽວກັບການປະຕິບັດການຮ່ວມມືກໍ່ສ້າງກຸ່ມບ້ານ ພັດທະນາຕາມບໍລິເວນຊາຍແດນ ລາວ-ຫວຽດນາມ, ຫວຽດນາມ- ລາວ ປີ 2019 ແລະ ໂອກາດດຽວ ນີ້ກໍຍັງໄດ້ລົງນາມການຮ່ວມມື ທັງສອງຝ່າຍອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: https://www.kongthap.gov.la)

ເຫດການ
302 Found

Found

The document has moved here.