ສາຍຈິດສາຍໃຈຖານອ້າຍນ້ອງທີ່ເຂດຊາຍແດນຫວຽດນາມ - ລາວ

08:50 | 17/05/2019

ຍສໝ - ບັນດານັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນເຍີມ, ທະຫານປ້ອງກັນຊາຍແດນເທື່ອທຽນເຫວ້ ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນທີ່ບ້ານ ເຊຊາບ, ເມືອງ ກ່າລື່ມ, ແຂວງ ເຊກອງ ປະເທດ ລາວ ໃນການກໍ່ສ້າງເຮືອນ, ລົບລ້າງການປູກຝັງແບບເຄື່ອນທີ່ຜິດກົດໝາຍ ເທົ່ານັ້ນ, ຫາກຍັງກໍ່ໄດ້ມີການມອບແນວພັນ, ແນະນໍາພໍ່ແມ່ປະຊາຊົນເຕັກນິກລ້ຽງສັດ, ປູກຝັງ, ພັດທະນາເສດຖະກິດອີກດ້ວຍ.

ສາຍຈິດສາຍໃຈຖານອ້າຍນ້ອງທີ່ເຂດຊາຍແດນຫວຽດນາມ - ລາວ

ສາຍຈິດສາຍໃຈຖານອ້າຍນ້ອງທີ່ເຂດຊາຍແດນຫວຽດນາມ - ລາວ. (ພາບ:bienphong.com.vn)

ໃນໄລຍະນີ້, ພະນັກງານ, ນັກຮົບ ຢູ່ຄ້າຍທະຫານປ້ອງກັນຊາຍແດນເຍີມ, ທະຫານປ້ອງກັນຊາຍແດນເທື່ອທຽນເຫວ້ ກໍາລັງມະນາພະຍາຍາມໃນການເຮັດທາງເພື່ອສ້າງຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນປະເທດລາວໃນການໄປມາຫາສູ່, ແລກປ່ຽນດ້ານສິນຄ້າ, ປິ່ນປົວພະຍາດ. ການຊ່ວຍເຫຼືອນີ້ກໍ່ໄດ້ສະແດງໃຫ້ເຫັນການຮັດແໜ້ນມູນເຊື້ອສາມັກຄີ, ມິດຕະພາບພິເສດ, ກົມກຽວກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຜ່ານຜ່າຄວາມທຸກຫຍາກຂອງພະນັກງານ, ປະຊາຊົນສອງປະເທດຫວຽດນາມ - ລາວ.

ຕາມທ່ານ ສຸ ໄມ ໃຫ້ຮູ້ວ່າ: ກ່ອນໜ້ານີ້, ຊິວີດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ບ້ານເຊຊາບ ປະສົບຄວາມຫຍຸ້ງຫຍາກຫຼາຍປະການ ແຕ່ປະຈຸບັນເນື່ອງຈາກໄດ້ຮັບການຊ່ວຍເຫຼືອຂອງທະຫານປ້ອງກັນຊາຍແດນຫວຽດນາມຈຶ່ງເຮັດໃຫ້ຊິວີດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ບ້ານເຊຊາບ ກໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ພໍ່ແມ່ປະຊາຊົນຢູ່ບ້ານເຊຊາບ ດີໃຈຫຼາຍ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານປ້ອງກັນຊາຍແດນຫວຽດນາມເຊິ່ງທີ່ໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການເຮັດທາງ, ເຮັດໃຫ້ການໄປມາຫາສູ່ຂອງແມ່ປະຊາຊົນໄດ້ຮັບຄວາມສະດວກຫຼາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.