ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນ

06:48 | 16/05/2019

ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງເງະອານ ແລະກໍາລັງຕໍາຫຼວດ, ກອງບັນຊາການທະຫານແຂວງຊຽງຂວາງ, ປະເທດລາວ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນຢ່າງມີປະສິດທິຜົນ.

ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນ

ກໍາລັງປະກອບອາວຸດແຂວງຊຽງຂວາງ, ປະເທດລາວ ຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານຊາຍແດນແຂວງເງະອານ. (ພາບ: ຮຸ່ງຟອງ)

ໃນໄລຍະຜ່ານມາ, ລະຫວ່າງທະຫານຊາຍແດນແຂວງເງະອານ ແລະກໍາລັງປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນ. ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຢາເສບຕິດ. ໂຄສະນາຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 2 ຝັ່ງຊາຍແດນບໍ່ອົບພະຍົບຢ່າງຜິດກົດໝາຍ.

ຄຽງຂ້າງນັ້ນ, ສາຍພົວພັນຮ່ວມມືໃນທຸກຂົງເຂດກໍ່ໄດ້ເພີ່ມທະວີປັບປຸງ. ບັນດາຝ່າຍທີ່ກ່ຽວຂ້ອງໄດ້ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສະພາບການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ.

ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນສອງຝ່າຍປ້ອງກັນຊາຍແດນ

ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນນໍ້າກັ໊ນລາດຕະເວນສອງຝ່າຍກັບເພື່ອນລາວ. (ພາບ: ຮຸ່ງຟອງ)

ທ່ານພັນເອກພິເສດ ເລຍືເກືອງ-ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຂອບອົກຂອບໃຈຢ່າງຈິງໃຈມາຍັງກໍາລັງປະກອບອາວຸດແຂວງຊຽງຂວາງ, ບັນດາກົມກອງແຮກສ່ຽວຂອງປະເທດເພື່ອນໃນໄລຍະຜ່ານມາເຊິ່ງຍາມໃດກໍ່ສາມັກຄີ, ສະໜິດຕິດພັນ, ຊ່ວຍເຫຼືອທະຫານຊາຍແດນແຂວງເງະອານ ສໍາເລັດໜ້າທີ່ຢ່າງຈົບງາມ.

ໃນໄລຍະຈະມາເຖິງ, ທະຫານຊາຍແດນແຂວງເງະອານ ຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບບັນດາກໍາລັງ, ກົມກອງແຮກສ່ຽວ, ທ້ອງຖິ່ນຕ່າງໆກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ຕອນແຂວງເງະອານ ຕິດກັບ ແຂວງຊຽງຂວາງ ໃຫ້ເປັນເສັ້ນຊາຍແດນ “ແບບຢ່າງ”, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບແບບພິເສດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

(ແຫຼ່ງ​ຂໍ້​ມູນ​: ໄຊນີດາ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.