ຍສໝ - ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ເຈີ່ນວັນຕຸຍ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ທີ່ພວມມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ບັນດາໜັງສືພິມໃຫຍ່ຂອງ ລາວ ສະບັບອອກໃນວັນທີ 7 ທັນວາ ໄດ້ລົງຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເຊິ່ງໄດ້ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ສອງປະເທດ ເລິກເຊິ່ງກວ່າອີກ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ຈະພ້ອມກັນປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ເພີ່ມພູນຄູນສ້າງ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ - ລາວ.
ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ
ຍສໝ - ອົງການການຄ້າ ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມ ປະຈຳໄຕ້ຫວັນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ປະຕູຖານຂໍ້ມູນເອເລັກໂຕຣນິກພາສີໄຕ້ຫວັນ (ຈີນ) ໄດ້ປະກາດປັບປຸງຕາຕະລາງພາສີນຳເຂົ້າ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 104 ປີ ວັນຊາດແຫ່ງສາທາລະນະລັດແຟງລັງ (06 ທັນວາ 1917- 06 ທັນວາ 2021), ໃນວັນທີ 6 ທັນວາ, ໂດຍຕາງໜ້າໃຫ້ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງ ທ່ານນາງ Anu Vehvilainen - ປະທານສະພາແຫ່ງຊາດ ສາທາລະນະລັດແຟງລັງ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຈາກ ທ່ານກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ມາຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ 2021.
ຍສໝ - ກອງປະຊຸມແລກປ່ຽນບົດຮຽນວຽກງານລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ໄດ້ສຸມໃສ່ແລກປ່ຽນກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະພາແຫ່ງຊາດຫວຽດນາມ.
ທ່ານພັນເອກ Thomas Steveson, ທູດທະຫານອາເມລິກາ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ອາເມລິກາ ໄດ້ອຸປະຖຳຈຳນວນເງິນປະທານ 150 ລ້ານ USD ໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຢູ່ ຫວຽດນາມ.
ຕອນບ່າຍວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຍສໝ - ຫວ່າງແລ້ວນີ້, ທ່ານ ເຈີ່ນວັນທ໋ວນ - ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບເອົາວັກຊີນກັນໂຄວິດ-19 AstraZeneca ຈຳນວນ 500.000 ໂດສ ຈາກລັດຖະບານອາເຈນຕິນາ ມອບໃຫ້ແກ່ລັດຖະບານຫວຽດນາມ ເພື່ອປ້ອງກັນ, ຄວບຄຸມພະຍາດໂຄວິດ-19, ດ້ວຍມູນຄ່າກວ່າ 2 ລ້ານໂດລາສະຫະລັດ.
ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ຫາຍາກໃນປະຫວັດສາດ, ແມ່ນແບບຢ່າງໃນການພົວພັນສາກົນ.
ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ລາວ ໄດ້ເດີນທາງມາເຖິງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6 ຫາວັນທີ 8 ທັນວາ 2021, ຕາມຄໍາເຊີນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.
ຫວ່າງແລ້ວນີ້, ຢູ່ທີ່ດ່ານສາກົນລາວບ້າວ, ເມືອງເຮື໊ອງຮວ໊າ, ແຂວງກວ້າງຈິງ, ຄະນະຜູ້ແທນກອງບັນຊາການທະຫານ ຊາຍແດນ, ກອງບັນຊາການທະຫານ, ກອງບັນຊາການຕໍາຫຼວດແຂວງກວ້າງຈິ ນໍາໂດຍທ່ານພັນເອກພິເສດ ເລວັນເຟືອງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ແລະຄະນະຜູ້ແທນກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ນໍາໂດຍທ່ານພັນເອກ ຄໍາເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ມີການພົບປະ, ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ການຜັນຂະຫຍາຍວິທີຮັບປະກັນຄວາມສະຫງົບ, ຄວາມປອດໄພ ເພື່ອຮັບໃຊ້ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 1 ປີ 2021.
ຫວຽດນາມ - ລາວ ມີເສັ້ນຊາຍແດນຍາວປະມານ 2.337 ກິໂລແມັດ, ທີ່ຕິດກັບ 10 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ. ເຂດຊາຍແດນຫວຽດນາມ - ລາວ ມີທີ່ຕັ້ງຍຸດທະສາດສຳຄັນຕໍ່ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະເສດຖະກິດ - ສັງຄົມຂອງສອງປະເທດ.
ວັນທີ 4 ທັນວາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກົມພັດທະນາຕະຫຼາດ ແລະວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີ ແລະ ຫ້ອງການໂຄງການ 844 (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ພ້ອມກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສໍາມະນາ “ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ” ແລະເປີດຕົວ “ເຄືອຂ່າຍສະມາຄົມປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເຕັກໂນໂລຢີເປັນການຄ້າ”.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍຫວຽດນາມ ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ.
ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ.
ນາງ ຫງວຽນທຸກຖຸ່ຍຕຽນ ກໍ່ຍາດໄດ້ໄຊະນະຫຼາຍທີສຸດໃນການຄັດເລືອກໃນການແຂ່ງຂັນປີນີ້.