ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ

12:33 | 07/12/2021

ຍສໝ - ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ​ວຽກງານ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວກັບການຊັກຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ
ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19. ຫວຽດ​ນາມ ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການ​ຈາກ​ປະ​ຊາ​ຄົມ​ນຳ​ໃຊ້​ພາ​ສາ​ຝ​ລັ່ງ ກ່ຽວ​ກັບ​ການ​ບໍ​ລິ​ຫານ​ດີ​ຈີ​ຕອນໃນ​ໂລກ ຫຼັງ​ໂຄວິດ - 19.
ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ
ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ. ພາບ: TTXVN

ຕອນ​ບ່າຍ​ວັນ​ທີ 6 ທັນວາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເວືອງ​ດິ່ງ​ເຫ້ວ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາວ ​ໄຊ​ສົມ​ພອນ ພົມວິຫານ ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ​ວຽກງານ​ລະຫວ່າງ​ສະພາ​ແຫ່ງ​ຊາດຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດລາວ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສໍາມະນາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ໄດ້ເນັ້ນ​ໜັກ​ວ່າ ກອງ​ປະຊຸມສໍາມະນາ​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ຊຸກຍູ້​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ, ສອງລັດ ​ໃນ​ປີ 2021 ​ແລະ ຊຸມ​ປີ​ຕໍ່​ໄປ ​ໃນ​ຊ່ອງ​ທາງ​ການຮ່ວມມືສະພາ​ແຫ່ງ​ຊາດ 2 ປະ​ເທດຢ່າງມີປະສິດທິຜົນ, ສະ​ແດງ​ໃຫ້​ເຫັນຄວາມມີຊີວີດຊີວາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​​ສອງຊາດ​ປະ​ເທດ​ຫວຽດນາມ - ລາວ ເຊິ່ງ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ​ ​ໄກສອນ ພົມວິຫານ ​ໄດ້​ສ້າງເປັນພຶ້ນຖານ, ອອກເຫື່ອເທແຮງເພີ່ມພູນຄູນສ້າງ ​ແລະ ​ນັບມື້ນັບໄດ້ຮັບການພັດທະນາ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາວ ໄຊ​ສົມ​ພອນ ພົມວິຫານ ຢືນຢັນ​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ໂອກາດ​ດີ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຮັບ​ຟັງ​ບົດຮຽນ, ພ້ອມກັນ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຕາມ​​ຫົວ​ເລື່ອງສະເພາະ, ເພື່ອປະກອບສ່ວນ​ເພີ່ມ​ທະວີ​ການ​ປະຕິບັດ​ບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດ, ນີ້​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້ແກ່ຝ່າຍ​ລາວ​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ, ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ ​ແລະ ການ​ເຊື່ອມ​ໂຍງ​ພາກ​ພື້ນ ​ແລະ ສາກົນ.

ທີ່ກອງປະຊຸມສຳມະນາ, ບັນດາສະມາຊິກຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ໄດ້ປຶກສາຫາລືກ່ຽວກັບບັນດາເນື້ອໃນດັ່ງນີ້: ກົນໄກການຮັບຄຳຮ້ອງທຸກ, ການຮ້ອງຟ້ອງຈາກປະຊາຊົນ, ພິເສດແມ່ນບັນດາຄຳຕັດສິນຂອງສານ; ຄວາມຮັບຜິດຊອບໃນການອະທິບາຍຂອງບັນດາອົງການເຈົ້າໜ້າທີ່ໃນບັນດາວາລະການຊັກຖາມ; ຂັ້ນຕອນ​ຂອງ​​ຮັບ​ການ​ລົງ​ປະຊາມະຕິ; ວຽກງານການຄົ້ນຄວ້າ, ປັບປຸງກົດໝາຍຕາມຂັ້ນຕອນກົດໝາຍສະບັບໜຶ່ງ ປັບປຸງກົດໝາຍຫຼາຍສະບັບ.

ໄຊພອນ

ເຫດການ
302 Found

Found

The document has moved here.