ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ

16:02 | 08/12/2021

ຍສໝ - ຕອນ​ເຊົ້າ​ວັນ​ທີ 7 ທັນວາ, ຢູ່​ຮ່າ​ໂນ້ຍ, ຄະນະຜູ້ແທນ​ສູນ​ກາງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໂດຍ​ທ່ານ ​ເຈີ່ນ​ວັນ​ຕຸຍ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໄດ້​ເຂົ້າຢ້ຽມຂໍ່ານັບ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ ທີ່ພວມມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

ສື່ມວນຊົນລາວລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ສື່ມວນຊົນລາວລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ເຈີ່ນ​ວັນຕຸຍ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ປະເສີດ​ມາ​ຍັງ​ປະ​ເທດ ​ແລະ ປະຊາຊົນ​ລາວ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ (2 ທັນ​ວາ 1975 – 2 ທັນວາ 2021); ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ທີ່ປະຊາຊົນລາວບັນດາເຜົ່າບັນລຸໄດ້ໃນ 46 ປີຜ່ານມາ, ໂດຍສະເພາະຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ.

ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ
ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບົດບາດຂອງສະມາຄົມມິດຕະພາບຂອງສອງປະເທດ. ພາບ: VUFO

ການ​ຢ້ຽມ​ຢາມ​ຂອງ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ ໃນ​ຄັ້ງ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ການຖືເປັນ​ສຳ​ຄັນ​ຂອງ​ພັກ, ລັດລາວ ແລະ ສະ​ຫາຍ ໄຊສົມ​ພອນ ພົມ​ວິ​ຫານ ຕໍ່​ການ​ພົວ​ພັນ ຫວຽດ​ນາມ - ລາວ. ການ​ຢ້ຽມ​ຢາມ​ຈະ​ສ້າງ​ພື້ນ​ຖານ​ການ​ເມືອງ​ອັນ​ໜັກ​ແໜ້ນ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ເຈີ່ນ​ວັນຕຸຍ ​ເນັ້ນ​ໜັກ​ວ່າ ການພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໄດ້​ຮັບ​ການ​​ສ້າງ​ຕັ້ງ​ ໂດຍ​ປະທານ ​ໂຮ່ຈີ​ມິນ, ປະທານ ໄກ​ສອນ ພົມວິຫານ ​ແລະ ປະທານ​ ສຸພານຸວົງ ເປັນພື້ນຖານ, ​ເຊິ່ງໄດ້​ຮັບ​ການ​ເພີ່ມພູນຄູນສ້າງ​ຈາກບັນດາ​ລຸ້ນການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ໄດ້​ຫຼໍ່ຫຼອມຜ່ານ​ຜ່າ​ການ​ທົດ​ສອບ​ຫຼາຍ​ຢ່າງ ​ແລະ ​ໄດ້​ຝຶກຝົນຫຼໍ່ຫຼອມດ້ວຍເລືອດເນື້ອ​ຂອງຫຼາຍລຸ້ນຄົນ​​ຫວຽດນາມ ​ແລະ ລາວ, ​ໄດ້​ກາຍ​ເປັນ​ສາຍ​ພົວພັນ​ແບບ​ຢ່າງ, ຈົງ​ຮັກ​ພັກດີ, ​ໂປ່​ງ​ໃສ, ຫາ​ຍາກ​ໃນ​ປະຫວັດສາດ​ການ​ພົວພັນ​ສາກົນ, ​ເປັນ​ຊັບ​ສິນ​ລວມອັນ​ລ້ຳ​ຄ່າຂອງ​ສອງ​ຊາດ.

ໃນ​ຊຸມ​ປີຜ່ານມາ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນພ້ອມກັບສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ປັບປຸງ, ​ເພີ່ມ​ທະວີ ​ແລະ ເສີມຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ. ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເກືອບ 50 ແຂວງ, ນະຄອນ, ບັນດາກະຊວງ, ອົງການຂອງຫວຽດນາມ. ​ແຕ່ລະສະມາຄົມ​ແຂວງ, ນະຄອນ​ມີ​ ບັນດາສາຂາສະມາຄົມ ແລະ​ ສະມາຊິກ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ບັນດາ​ອົງການ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ດ້ວຍ​ຫຼາຍ​ຮູບ​ການ ​ແລະ ​ເນື້ອ​ໃນ​ທີ່ຫຼາກຫຼາຍເພື່ອ​ແນ​ໃສ່​ເພີ່ມທະວີ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ສຶກສາ, ໂຄສະນາເຜີຍແຜ່ ​ແລະ ບຳລຸງ​ສ້າງ​ລຸ້ນໜຸ່ມ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ. ພ້ອມ​ກັນ​ນັ້ນກໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເສນາທິການ, ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ຂົງ​ເຂດ​ວັດທະນະທຳ ​ແລະ ການ​ສຶກສາ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ເຈິ່ນວັນຕຸຍ ຫວັງ​ວ່າ​ ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຊີ້​ນຳ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ຈາກ​ການ​ນຳ 2 ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ 10 ​ແຂວງ​ຊາຍ​ແດນ ຫວຽດນາມ - ລາວ.

ທ່ານ​​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄຊ​ສົມ​ພອນ ພົມວິຫານ ​ເນັ້ນ​ໜັກ​ວ່າຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໄຊພອນ

ເຫດການ
302 Found

Found

The document has moved here.