ໄຂເວທີປາໄສເສດຖະກິດຫວຽດນາມ 2021 “ຟື້ນຟູ ແລະ ພັດທະນາແບບຍືນຍົງ”

06:25 | 06/12/2021

ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ.

ມຸ່ງໄປເຖິງການຮ່ວມມືກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ພັດທະນາແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ໂອຕາລິດ ມຸ່ງໄປເຖິງການຮ່ວມມືກ່ຽວກັບພະລັງງານຜະລິດຄືນໃໝ່ ແລະ ພັດທະນາແບບຍືນຍົງ ລະຫວ່າງ ຫວຽດນາມ ແລະ ໂອຕາລິດ
ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ ແກ້ໄຂ, ຟື້ນຟູ, ຊຸກຍູ້ການພັດທະນາຜະລິດ ແລະ ການເຄື່ອນໄຫວດ້ານການຄ້າຢູ່ທ້ອງຖິ່ນ
ໄຂເວທີປາໄສເສດຖະກິດຫວຽດນາມ 2021 “ຟື້ນຟູ ແລະ ພັດທະນາແບບຍືນຍົງ”

ເວທີປາໄສເສດຖະກິດ ຫວຽດນາມ ປີ 2021. ພາບ: TTXVN

ຕອນເຊົ້າວັນທີ 05 ທັນວາ, ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 “ຟື້ນຟູເສດຖະກິດ ຫວຽດນາມ ປີ 2021” ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ເວທີປາໄສດຳເນີນໂດຍກົງ ສົມທົບກັບແບບທາງໄກເຊື່ອມເຊື່ອມຕໍ່ກັບທ້ອງຖິ່ນ 57 ແຫ່ງ , ສະຖານທີ່ 3 ແຫ່ງຢູ່ຕ່າງປະເທດຄື: ອາເມລິກາ, ຝລັ່ງ, ໄທ).

ກ່າວຄຳເຫັນໄຂເວທີປາໄສ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ, ປະຊາຄົມວິສາຫະກິດໃນທົ່ວປະເທດ… ປະກອບມາດຕະການແກ້ໄຂສັງລວມ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມແບບຍືນຍົງ, ທັງຕອບສະໜອງຄວາມຮຽກຮ້ອງໃນຕໍ່ໜ້າ, ທັງຕອບສະໜອງເປົ້າໝາຍໄລຍະຍາວຂອງການພັດທະນາແບບຍືນຍົງ ມຸ່ງໄປເຖິງການຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ການເຕີບໂຕຂຽວ ແລະ ການຫັນເປັນດີຈີຕອນ.

ເວທີປາໄສມີຄວາມໝາຍສຳຄັນ ປະກອບສ່ວນເຮັດແຈ້ງບັນດາຫຼັກຖານວິທະຍາສາດ ແລະ ພຶດຕິກຳຕົວຈິງ ກໍຄືບົດຮຽນສາກົນ ເພື່ອໃຫ້ສະພາແຫ່ງຊາດ, ລັດຖະບານພິຈາລະນາ, ແກ້ໄຂບ້ວງງົບປະມານ, ມາດຕະການແກ້ໄຂດ້ານການເງິນ, ເງິນຕາ, ທັງຕອບສະໜອງຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດ ທັງໜູນຊ່ວຍເປົ້າໝາຍຟື້ນຟູ, ພັດທະນາເສດຖະກິດ, ສັງຄົມ.

vovworld.vn

ເຫດການ
302 Found

Found

The document has moved here.