ສື່ມວນຊົນລາວລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

15:54 | 08/12/2021

ຍສໝ - ບັນດາໜັງສືພິມໃຫຍ່ຂອງ ລາວ ສະບັບອອກໃນວັນທີ 7 ທັນວາ ໄດ້ລົງຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເຊິ່ງໄດ້ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ສອງປະເທດ ເລິກເຊິ່ງກວ່າອີກ.

ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ
ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ານນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ໄດ້ສົ່ງໂທລະເລກ ເຖິງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ
ສື່ມວນຊົນລາວລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
ສື່ມວນຊົນລາວ ລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: TTXVN

ໜັງສືພິມປະຊາຊົນ ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ, ໄດ້ລົງບົດຂຽນ “ທ່ານປະທານສະພາແຫ່ງຊາດລາວ ຢ້ຽມຢາມສັນຖະວະໄມຕີ ສສ.ຫວຽດນາມ ຢ່າງເປັນທາງການ”. ບົດຂຽນ ໄດ້ເຕື້ອງຄືນບັນດາການເຄື່ອນໄຫວໃນວັນທີ 6 ທັນວາຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ. ຈາກ​ພິທີ​ຕ້ອນຮັບ​ຢ່າງ​ສົມກຽດ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ​ໄດ້​ເປັນ​ປະທານການຕ້ອນຮັບ ຕະຫຼອດ​ເຖິງ​ບັນດາ​ບັນຫາ​ທີ່​ການ​ນຳ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ ​ເພື່ອ​ແນ​ໃສ່ເພີ່ມທະວີ ແລະ ​ຮັດ​ແໜ້ນ​ສາຍ​ພົວພັນ​​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ...

ໜັງສືພິມ Vientiane Times ໄດ້ມີບົດຂຽນຕີລາຄາສູງການຮ່ວມມືລະຫວ່າງ ສະພາແຫ່ງຊາດ ລາວ ແລະ ຫວຽດນາມ, ເຊິ່ງເນັ້ນໜັກວ່າ ນີ້ແມ່ນການປະຕິບັດງານຄັ້ງທຳອິດຂອງທ່ານ ໄຊສົມພອນ ພົມວິຫານ ນັບແຕ່ເວລາໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ລາວ ເມື່ອຕົ້ນປີນີ້. ຕາມບົດຂຽນແລ້ວ, ຢູ່ທີ່ການເຈລະຈາສອງຝ່າຍ ໄດ້ດຳເນີນໃນວັນທີ 6 ທັນວາ, ທ່ານປະທານສະພາແຫ່ງຊາດສອງປະເທດ ລາວ - ຫວຽດນາມ ຕີລາຄາສູງການຮ່ວມມືທີ່ນັບມື້ນັບໄດ້ຮັບການປັບປຸງລະຫວ່າງສະພາແຫ່ງຊາດສອງປະເທດ.

ໃນວັນດຽວກັນ, ໜັງສືພິມ PathetLao Daily ​ໄດ້​ລົງບົດຂຽນ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄຊ​ສົມ​ພອນ ພົມວິຫານ ​ທີ່​ມີ​ຫົວ​ຂໍ້​ວ່າ “ລາວ-ຫວຽດນາມ ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​​ສະພາແຫ່ງ​ຊາດ ສອງປະເທດ ​”. ບົດ​ຂຽນ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ​ເຖິງ​ວ່າ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນອັນໜັກໜ່ວງ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ​ການ​ເປັນ​ຢູ່​ກໍ່ຕາມ, ​ແຕ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ຫວຽດນາມ ຍັງ​ມີ​ຄວາມ​ສະໜິດ​ແໜ້ນ ​ແລະ ​ນັບມື້ນັບແທດ​ຈິງ​ກວ່າອີກ.

ຕາມ​ໜັງສືພິມ PathetLao Daily ​ແລ້ວ, ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ພ້ອມດ້ວຍພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ຄັ້ງ​ນີ້ ໄດ້ຢືນຢັນ​ຄວາມ​ສະໜິດສະໜົມ, ສະເໝີຕົ້ນສະເໝີປາຍ ແຫ່ງການພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີ​ເປັນ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ, ​ພ້ອນກັນນັ້ນ ກໍ່ແດງ​ໃຫ້​ເຫັນ​ການ​ພົວພັນກັນຢ່າງແໜ້ນແຟ້ນ​ ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ແລະ ລາວ ທີ່ນັບ​ມື້​ນັບ​​ແຕກດອກອອກຜົນ ​ແລະ ມີ​ປະສິດທິ​ຜົນ.

ນອກຈາກບັນດາໜັງສືພິມໃຫຍ່ແລ້ວ, ບັນດາລາຍການອອກອາກາດຂອງ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ ຂອງລາວ ກໍຍັງໄດ້ລົງຂ່າວ, ບັນດາຮູບພາບທີ່ກ່ຽວຂ້ອງເຖິງການຢ້ຽມຢາມ ຫວຽດນາມ ແລະ ບັນດາການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຢ່າງຕໍ່ເນື່ອງ.

ໄຊພອນ

ເຫດການ
302 Found

Found

The document has moved here.