ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ

06:35 | 07/12/2021

ຕອນບ່າຍວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນໃນການສ້າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່
AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ
ຫວຽດນາມ ໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່່າງ ຫວຽດນາມ - ລາວ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງປະທານສະພາແຫ່ງຊາດ 2 ປະເທດ ແລະ ຢືນຢັນວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນໃຫ້ບຸລິມະສິດ ແລະ ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ; ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ຊຸກຍູ້ການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ກົນໄກຮ່ວມມື 2 ຝ່າຍ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ 2 ປະເທດຈົ່ງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະ ກັນຢູ່ເວທີປາໄສສາກົນ, ພາກພື້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ.

ສ່ວນທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ; ແຈ້ງໃຫ້ຊາບການພົບປະກັບທ່ານປະທານປະເທດ ຟ້າມມິນຈິງ ໃນນັ້ນມີເລື່ອງ ຫວຽດນາມ ໜູນຊ່ວຍ ລາວ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່່ານປະທານສະພາແຫ່ງຊາດ ລາວ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ຊຸກຍູ້ບັນດາໂຄງການເຊື່ອມຕໍ່ເສດຖະກິດ ແລະ ຄົມມະນາຄົມຂົນສົ່ງຄື ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ນະຄອນຫຼວງວຽງຈັນ - ຮ່າໂນ້ຍ, ໂຄງການເສັ້ນທາງລົດໄຟ ຄຳມ່ວນ- ຫວູງອາງ…; ພ້ອມທັງສະເໜີໃຫ້ 2 ປະເທດຊຸກຍູ້ການຮ່ວມມືດ້ານການຄ້າໃຫ້ຫຼາຍກວ່າ.

vovworld.vn

ເຫດການ
302 Found

Found

The document has moved here.