ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ

07:52 | 08/12/2021

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 104 ປີ​ ວັນ​ຊາດ​ແຫ່ງ​ສາທາລະນະ​ລັດ​ແຟງ​ລັງ (06 ທັນວາ 1917- 06 ທັນວາ 2021), ໃນວັນ​ທີ 6 ທັນວາ, ​ໂດຍ​ຕາງໜ້າ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງດິ່ງເຫວ້ ​ໄດ້​ສົ່ງ​ຈົດໝາຍ​​ສະ​ແດງ​ຄວາມ​ຊົມ​ເຊີຍເຖິງ ທ່ານ​ນາງ Anu Vehvilainen - ປະທານສະພາ​ແຫ່ງຊາດ ​ສາທາລະນະ​ລັດ​ແຟງ​ລັງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ

ໃນ​ຈົດໝາຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ​ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ອວຍພອນ​ອັນ​ອົບ​ອຸ່ນ​ໄປ​ຍັງ​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Anu Vehvilainen ​ແລະ ປະຊາຊົນ​ແຟງ​ລັງ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Anu Vehvilainen. (ພາບ: TTXVN)

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເວືອງດິ່ງເຫວ້ ໄດ້ສະແດງຄວາມດີ​ໃຈ​ທີ່​ໄດ້​ເຫັນ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ - ແຟງ​ລັງ ​ແລະ ລະຫວ່າງ​ສະພາ​ແຫ່ງ​ຊາດ ສອງປະ​ເທດ​ພວມ​ພັດທະນາ​ຢ່າງ​ດີງາມ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ຢ້ຽມຢາມ​ແຟງລັງ​ຢ່າງ​ເປັນ​ທາງ​ການ ຂອງຄະນະຜູ້ແທນຂັ້ນສູງສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ເດືອນ​ກັນຍາ 2021.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ສະແດງຄວາມເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຮັກ​ແພງ ແລະ ການສະ​ໜັບ​ສະ​ໜູນ​ຂອງ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Anu Vehvilainen, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສອງສະ​ພາ​ແຫ່ງ​ຊາດ ຈະ​ສືບ​ຕໍ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນກວ່າ, ເພື່ອ​ຜົນ​ປະ​ໂຫຍດທີ່​ແທດຈິງຂອງ​ປະ​ຊາ​ຊົນສອງປະເທດ.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.